ທີ່ການເຮັດວຽກ, ທ່ານ ຟ້າມມິງຈິ໊ງ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນຕໍ່ການພົວພັນຮ່ວມມືກັບ WHO; ທ່ານ ຂອບໃຈ WHO, ຫ້ອງການພາກພື້ນປາຊີຟິກຕາເວັນຕົກ, ຫ້ອງການ WHO ປະຈຳ ຫວຽດນາມ ແລະ ທ່ານ Takeshi Kasai ໄດ້ໃຫ້ການໜູນຊ່ວຍສຳຄັນໃຫ້ແກ່ການພັດທະນາຂອງຂະແໜງສາທາລະນະສຸກ, ພິເສດແມ່ນຊ່ວຍເຫຼືອຫວຽດນາມ ຮັບມືກັບພະຍາດໂຄວິດ-19, ເຂົ້າເຖິງບັນດາແຫຼ່ງວັກຊິນ, ເຄື່ອງອຸປະກອນການແພດໃນສະພາບຫຍຸ້ງຍາກ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Takeshi Kasai ຜູ້ອຳນວຍການພາກພື້ນປາຊີຟິກຕາເວັນຕົກຂອງອົງການອະນາໄມໂລກ (WHO). ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີຫວຽດນາມ ສະເໜີໃຫ້ WHO ແລະ ທ່ານ Takeshi Kasai ສືບຕໍ່ໜູນຊ່ວຍ ຫວຽດນາມ ດ້ານວັກຊິນ, ຢາປິ່ນປົວ, ໂດຍສະເພາະແມ່ນໃນການຄົ້ນຄວ້າ, ຜະລິດ ແລະບັນດາລະບຽບການຮັບຮອງເອົາວັກຊິນພາຍໃນປະເທດເພື່ອໃຫ້ຫວຽດນາມ ສາມາດກຸ້ມຕົນເອງກ່ຽວກັບແຫຼ່ງສະໜອງວັກຊິນໂດຍໄວ; ໜູນຊ່ວຍຍົກສູງຄວາມສາມາດຂອງລະບົບສາທາລະນະສຸກ; ສືບຕໍ່ແບ່ງປັນຂໍ້ມູນຂ່າວສານ, ຕີລາຄາສະພາບໂລກລະບາດ ແລະບັນດາບົດຮຽນ, ຄຳກ່າວເຕື່ອນໃນການສັກວັກຊິນຢ່າງທັນການ.

ສ່ວນທ່ານ Takeshi Kasai ໄດ້ຕີລາຄາສູງຕໍ່ວິໄສທັດຂອງຫວຽດນາມ ກ່ຽວກັບການຮັກສາສຸຂະພາບ, ຊິວິດອິນຊີຂອງປະຊາຊົນ, ການຊີ້ນຳ, ນຳພາຂອງລັດຖະບານຫວຽດນາມ ແລະບັນດາໝາກຜົນທີ່ບັນລຸໄດ້ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ພິເສດແມ່ນບັນຫາວັກຊິນ, ໄດ້ຜັນຂະຫຍາຍການສັກວັກຊິນຢ່າງຂ້ຽວຂາດ ແລະບັນລຸອັດຕາສັກວັກຊິນສູງ.

ໂດຍ: ທະນາພອນ