ທີ່ການພົບປະ, ທ່ານລັດຖະມົນຕີ ບຸ່ຍແທງເຊີນ ຂອບໃຈບັນດາວິສາຫະກິດຂອງແຂວງເຈີ້ຈຽງ ທີ່ໄດ້ຊ່ວຍເຫຼືອວັດຖຸອຸປະກອນການແພດຕ້ານພະຍາດໂຄວິດ-19 ໃຫ້ບາງທ້ອງຖິ່ນຂອງຫວຽດນາມ. ກ່ຽວກັບການຮ່ວມມືໃນໄລຍະຈະມາເຖິງ, ທ່ານ ບຸ່ຍແທງເຊີນ ສະເໜີໃຫ້ປັບປຸງ ແລະເປີດກວ້າງການພົວພັນພົບປະແລກປ່ຽນມິດຕະພາບລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ກັບແຂວງເຈີ້ຈຽງ; ເພີ່ມທະວີການແບ່ງປັນບົດຮຽນໃນຂົງເຂດທີ່ ເຈີ້ຈຽງ ມີທ່າແຮງ; ຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ, ສ້າງເງື່ອນໄຂເປີດກວ້າງການນໍາເຂົ້າຜະລິດຕະພັນກະເສດ, ສິນໃນນໍ້າຂອງຫວຽດນາມ ເຂົ້າແຂວງເຈີ້ຈຽງ... 

leftcenterrightdel
ທ່ານ ບຸ່ຍແທງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ.

ເຫັນດີກັບຄໍາສະເໜີຮ່ວມມືຂອງທ່ານລັດຖະມົນຕີ ບຸ່ຍແທງເຊີນ, ທ່ານ Yuan Jiajun ຢັ້ງຢືນວ່າ ເຈີ້ຈຽງ ຖືເປັນສໍາຄັນການຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມ, ໂດຍສະເພາະແມ່ນບັນດາແຂວງ, ນະຄອນທີ່ມີການຮ່ວມມືມິດຕະພາບ ຄື ນະຄອນໂຮ່ຈີມິນ ແລະ ເທື່ອທຽນ-ເຫວ້, ທ່ານ ຫວັງວ່າ ຢາກສືບຕໍ່ເປີດກວ້າງການຮ່ວມມືກັບບັນດາທ້ອງຖິ່ນອື່ນ, ຕັ້ງໜ້າປະກອບສ່ວນໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ-ຈີນ.

ໂດຍ: ໄຊຊະນະ