leftcenterrightdel
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ພົບປະກັບທ່ານ Dmitry Medvedev ຮອງປະທານສະພາປ້ອງກັນຄວາມສະຫງົບລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ, ຕອນບ່າຍວັນທີ 1 ທັນວາ (ຕາມເວລາ ລັດເຊຍ) ຢູ່ມົດສະກູ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ, ປະທານສະພາການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຫວຽດນາມ ໄດ້ພົບປະກັບທ່ານ Dmitry Medvedev ຮອງປະທານສະພາປ້ອງກັນຄວາມສະຫງົບລັດເຊຍ, ປະທານພັກປະເທດລັດເຊຍ ເອກະພາບ ກຳອຳນາດ.

ແລກປ່ຽນກ່ຽວກັບສະພາບການຮ່ວມມືລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ, ສອງຝ່າຍໄດ້ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືລະຫວ່າງ ຫວຽດນາມ ແລະ ລັດເຊຍ ໃນທຸກຂົງເຂດຢ່າງແຮງກວ່າອີກ, ລວມມີການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດ ແລະ ກະຊວງຕຳຫຼວດຫວຽດນາມ ກັບສະພາປ້ອງກັນຄວາມສະຫງົບ ລັດເຊຍ, ປະກອບສ່ວນເຂົ້າໃນການຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ການນຳສອງຝ່າຍໄດ້ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນ ແລະ ມີຄວາມໄວ້ເນື້ອເຊື່ອໃຈລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະເທດລັດເຊຍ ເອກະພາບ, ດ້ວຍບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ ແລະ ພົບປະໄດ້ຮັບການຮັກສາເປັນປະຈຳໃນຂອບເຂດສອງຝ່າຍ ແລະ ຫຼາຍຝ່າຍ, ຢັ້ງຢືນວ່າການຮ່ວມມືລະຫວ່າງສອງພັກມີບົດບາດສຳຄັນຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ລັດເຊຍ, ສອງທ່ານກໍ່ສະແດງຄວາມຊົມເຊີຍຕໍ່ການລົງນາມແຜນການຮ່ວມມືລະຫວ່າງສອງພັກໃນໄລຍະ 2022 - 2024 ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການໃນຄັ້ງນີ້ຂອງທ່ານປະທານປະເທດ ຫງວຽນຊວນຟຸກ.

ໃນຕອນບ່າຍວັນທີ 1 ທັນວາ, ຢູ່ນະຄອນຫຼວງມົດສະກູ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການເຈລະຈາກັບທ່ານພົນເອກ Sergei Shoigu ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ.

ນະທີ່ນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າໃນໄລຍະຈະມາເຖິງການຮ່ວມມືຈະສຸມໃສ່ເນື້ອໃນຄື: ຮັກສາກົນໄກເຈລະຈາຍຸດທະສາດການປ້ອງກັນຊາດຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ສະໜັບສະໜູນ ແລະ ເຂົ້າຮ່ວມການເຄື່ອນໄຫວຫຼາຍຝ່າຍຂອງສາກົນ.

ກໍ່ໃນວັນດຽວກັນ, ທີ່ສຳນັກງານສະຖານທູດຫວຽດນາມ ປະຈຳ ສະຫະພັນລັດເຊຍ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມອບຫຼຽນໄຊມິດຕະພາບຂອງຫວຽດນາມ ໃຫ້ທ່ານພົນເອກ Sergei Shoigu ລັດຖະມົນຕີກະຊວງປ້ອງກັນປະເທດສະຫະພັນລັດເຊຍ ຍ້ອນມີການປະກອບສ່ວນສຳຄັນຫຼາຍຢ່າງເຂົ້າໃນການເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດ, ປະກອບສ່ວນໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດ ຮອບດ້ານລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍ.

ແຫຼ່ງຄັດຈາກ: vovworld.vn