ເຂົ້າຮ່ວມກອງປະຊຸມມີຄະນະຜູ້ແທນຂອງພັກການເມືອງໃນໂລກ 30 ກວ່າຄະນະຜູ້ແທນ, ໃນນັ້ນມີບັນດາການນໍາແຫ່ງລັດ ຫຼື ລັດຖະບານບັນດາປະເທດ ແລະການນໍາພັກຕ່າງໆ.

ກ່າວຄໍາເຫັນທີ່ພິທີໄຂ, ທ່ານ Dmitry Medvedev ປະທານພັກປະເທດລັດເຊຍ ເອກະພາບເນັ້ນໜັກວ່າ ລັດເຊຍ ພ້ອມແລ້ວທີ່ຈະຮ່ວມມືເພື່ອປັບປຸງບັນດາກົນໄກທີ່ມີຢູ່ໃນປະຈຸບັນຂອງອາຊຽນ ແລະຮຽກຮ້ອງໃຫ້ປະເທດຕ່າງໆໃນໂລກຈົ່ງພ້ອມກັນມານະພະຍາຍາມ, ແບ່ງປັນບົດຮຽນໃນການຮັບມືກັບສິ່ງທ້າທາຍໃນທົ່ວໂລກ, ໃນນັ້ນມີພະຍາດໂຄວິດ-19. ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫວໍໍວັນເຖືອງ ຕີລາຄາສູງຕໍ່ຂໍ້ລິເລີ່ມຂອງພັກປະເທດລັດເຊຍ ເອກະພາບ; ຢັ້ງຢືນວ່າ ສັນຕິພາບ, ການຮ່ວມມື ແລະພັດທະນາສືບຕໍ່ແມ່ນທ່າອ່ຽງໃຫຍ່ໃນໂລກ. ວິວັດການໂລກາພິວັດ ແລະການຮ່ວມສຳພັນເສດຖະກິດໂລກເຖິງວ່າປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ກໍ່ຍັງສືບຕໍ່ໄປພ້ອມກັບການປະຕິວັດອຸດສາຫະກໍາ ຄັ້ງທີ 4 ສ້າງກໍາລັງໜູນໃນການພັດທະນາ; ທ່ານເນັ້ນໜັກວ່າ ໂລກໃນສະຕະວັດທີ 21 ນີ້ໄດ້ເຫັນສິ່ງທ້າທາຍແບບໃໝ່ກັບຕານັ້ນແມ່ນພະຍາດໂຄວິດ-19 ກໍາລັງແຜ່ລະບາດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມທາງໄກລະຫວ່າງພັກສາກົນ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫວໍໍວັນເຖືອງ ສະເໜີບັນດາພັກໃຫ້ບູລິມະສິດແກ່ການປັບປຸງຄວາມຮັບຮູ້ລວມກ່ຽວກັບຄວາມຮຽກຮ້ອງຕ້ອງການເພີ່ມທະວີສັນຕິພາບ, ຄວາມໝັ້ນຄົງ; ເອົາໃຈໃສ່ຊຸກຍູ້ການຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່ຢ່າງມີປະສິດທິຜົນ; ຜັນຂະຫຍາຍການພົວພັນ ແລະຮ່ວມມືລະຫວ່າງພັກການເມືອງຕ່າງໆໃນບັນດາບັນຫາລວມ.

ເນື່ອງໃນໂອກາດນີ້, ທ່ານ ເລຮວ່າຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ແລະທ່ານ Andrey Klimov ຮອງເລຂາສະພາຄົບຄະນະພັກປະເທດລັດເຊຍ ເອກະພາບໄດ້ເຊັນບົດບັນທຶກການຮ່ວມມືໄລຍະ 2022-2024 ຜ່ານລະບົບທາງໄກເພື່ອແນໃສ່ເປີດກວ້າງ ແລະເຮັດໃຫ້ການພົວພັນຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ເລິກເຊິ່ງກວ່າອີກ.

ໂດຍ: ເກື່ອງດັ້ງ