leftcenterrightdel
ປະທານປະເທດຫວຽດນາມ ຫງວຽນຊວນຟຸກ ພົບປະກັບປະທານສະພາສູງສະຫະພັນລັດເຊຍ Valentina Matvienko. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະ, ປະທານປະເທດ ຫງວຽນຊວນຟຸກ ແລະປະທານສະພາສູງສະຫະພັນລັດເຊຍ Matvienko ໄດ້ຕີລາຄາສູງຕໍ່ການພັດທະນາອັນດີງາມຂອງການພົວພັນລະຫວ່າງຫວຽດນາມ-ລັດເຊຍ ສືບຕໍ່ພັດທະນາຢ່າງຕັ້ງໜ້າໃນໄລຍະຜ່ານມາ ໂດຍບໍ່ຫົວຊາຕໍ່ຜົນກະທົບຈາກໂລກລະບາດໂຄວິດ-19, ໃນນັ້ນມີຂົງເຂດການເມືອງ, ເສດຖະກິດ, ການຄ້າ ແລະການລົງທຶນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ... ; ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນຂອງການຮ່ວມມືລະຫວ່າງສອງປະເທດໃນການປ້ອງກັນ ແລະຕ້ານພະຍາດໂຄວິດ-19. ໃນນັ້ນ, ມີການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດມີບົດບາດສຳຄັນທີ່ສຸດ.

ການນຳສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ-ສະຫະພັນລັດເຊຍ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະມີປະສິດທິຜົນ, ໃນນັ້ນມີການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະສະພາສູງສະຫະພັນລັດເຊຍ.

ກໍ່ໃນວັນດຽວກັນ, ປະທານປະເທດ ຫງວຽນຊວນຟຸກ ໄດ້ມີການພົບປະກັບປະທານສະພາຕ່ຳສະຫະພັນລັດເຊຍ Vyacheslav Volodin.

ໂດຍ: ທະນາພອນ