ທີ່ການພົບປະ, ການນໍາສອງທ່ານໄດ້ສຸມໃສ່ປຶກສາຫາລືກ່ຽວກັບສະພາບການຮ່ວມມືລະຫວ່າງຫວຽດນາມ - ສະຫະພັນລັດເຊຍ ໃນບັນດາຂົງເຂດ, ໂດຍສະເພາະແມ່ນດ້ານເສດຖະກິດ; ສະແດງຄວາມປິຕິຊົມຊື່ນຕໍ່ການຮ່ວມມືດ້ານການຄ້າ ແລະການລົງທຶນລະຫວ່າງສອງປະເທດສືບຕໍ່ໄດ້ຮັບການເປີດກວ້າງ, ໂດຍບໍ່ຫົວຊາຕໍ່ຜົນກະທົບຈາກໂລກລະບາດໂຄວິດ-19; ຕີລາຄາສູງໝາກຜົນຂອງກອງປະຊຸມຄັ້ງທີ 23 ຂອງຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ລັດເຊຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ ແລະວິທະຍາສາດ-ເຕັກນິກ ທີ່ໄດ້ດຳເນີນໃນທ້າຍເດືອນຕຸລາ 2021.

leftcenterrightdel
ທ່ານ ຫງວຽນຊວນຟຸກ  ປະທານປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ Mikhail Mishustin ນາຍົກລັດຖະມົນຕີສະຫະພັນລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ເພື່ອຍົກສູງລະດັບການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ-ລັດເຊຍ, ສອງຝ່າຍເຫັນດີເປັນເອກະສັນສ້າງຄວາມສະດວກໃຫ້ແກ່ການຮ່ວມມືດ້ານການຄ້າສອງຝ່າຍກວ່າອີກ; ຢືນຢັນຄວາມຕັດສິນໃຈໃນການຮັກສາ ແລະເປີດກວ້າງການຮ່ວມມືດ້ານພະລັງງານ, ນ້ຳມັນອາຍແກັສຂອງຫວຽດນາມ ແລະສະຫະພັນລັດເຊຍ, ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ລັດເຊຍ.

ປະທານປະເທດ ຫງວຽນຊວນຟຸກ ແລະນາຍົກລັດຖະມົນຕີ Mishustin ກໍ່ເຫັນດີເປັນເອກະພາບຕໍ່ຫຼາຍທິດທາງ ແລະມາດຕະການເພີ່ມທະວີການຮ່ວມມືໃນຂົງເຂດການສຶກສາ-ບຳລຸງສ້າງ, ວິທະຍາສາດ-ເຕັກໂນໂລຢີ, ວັດທະນະທຳ, ມະນຸດສາດ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ. ສອງຝ່າຍກໍ່ເຫັນດີເພີ່ມທະວີການຮ່ວມມືດ້ານການຜະລິດວັກຊິນ ແລະຢາປິ່ນປົວພະຍາດໂຄວິດ-19.

ວັນທີ 1 ທັນວາ, ຢູ່ມົດສະກູ, ລັດຖະບານສອງປະເທດໄດ້ລົງນາມໃນອະນຸສັນຍາ; ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະວິສາຫະກິດ, ກຸ່ມບໍລິສັດຈຳນວນໜຶ່ງຂອງຫວຽດນາມ ແລະລັດເຊຍ ໄດ້ລົງນາມ ແລະແລກປ່ຽນບັນດາຂໍ້ຕົກລົງຮ່ວມມືໃນຂົງເຂດຄື: ການຜະລິດພາຫະນະຂົນສົ່ງ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດໃນຂົງເຂດການເງິນ-ການທະນາຄານ, ວັດທະນະທຳ...

ໂດຍ: ທະນາພອນ