ກ່າວຄໍາເຫັນທີ່ການພົບປະ, ທ່ານປະທານາທິບໍດີ V.Putin ຕີລາຄາສູງຜົນງານ ທີ່ ຫວຽດນາມ ບັນລຸໄດ້ໃນການພັດທະນາເສດຖະກິດ-ສັງຄົມ ແລະຍົກສູງອິດທິພົນຊື່ສຽງໃນເວທີສາກົນ, ທ່ານ ຢັ້ງຢືນວ່າ ສະຫະພັນລັດເຊຍ ຍາມໃດກໍຖື ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດແຖວໜ້າຢູ່ພາກພື້ນ.

ໃນບັນຍາກາດທີ່ໄວ້ເນື້ອເຊື່ອໃຈ, ຈິງໃຈ ແລະເປີດເຜີຍ, ເປັນເອກະລັກສະເພາະໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະທ່ານປະທານາທິບໍດີ V.Putin ຕີລາຄາສູງການພົວພັນດ້ານການເມືອງ-ການທູດຫວຽດນາມ-ສະຫະພັນລັດເຊຍ ມີຄວາມໄວ້ເນື້ອເຊື່ອໃຈຍຸດທະສາດສູງ, ດ້ວຍການພົບປະທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ, ໄດ້ຮັບການຮັກສາເປັນປົກກະຕິນັບທັງຂອບເຂດສອງຝ່າຍ ແລະຫຼາຍຝ່າຍ, ໂດຍບໍ່ຫົວຊາຕໍ່ຜົນກະທົບທີ່ບໍ່ສະດວກຂອງພະຍາດໂຄວິດ-19; ເຫັນດີຍູ້ແຮງການແລກປ່ຽນຄະນະຜູ້ແທນໃນທຸກຊ່ອງ ຄື: ພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ, ກໍຄື ການພົບປະແລກປ່ຽນທ້ອງຖິ່ນ, ປະຊາຊົນ ພາຍຫຼັງ ພະຍາດໂຄວິດ-19 ໄດ້ຮັບການຄວບຄຸມ.

leftcenterrightdel
ທ່ານ  Vladimir Putin ປະທານາທິບໍດີລັດເຊຍ ຕ້ອນຮັບທ່ານປະທານປະເທດ ຫງວຽນຊວນຟຸກ. ພາບ: ສໍານັກຂ່າວສານຫວຽດນາມ.

ປະມຸກລັດສອງທ່ານ ຕີລາຄາສູງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງສອງປະເທດ ທີ່ບັນລຸໄດ້ໝາກຜົນສໍາຄັນຫຼາຍຢ່າງ, ເຮັດໃຫ້ການພົວພັນດ້ານການເມືອງທີ່ໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ ເລິກເຊິ່ງຂຶ້ນຕື່ມ ແລະຢັ້ງຢືນຄວາມຕັດສິນໃຈນໍາການຮ່ວມມືດ້ານເສດຖະກິດໃຫ້ກາຍເປັນເສົາຄໍ້າສໍາຄັນຂອງການພົວພັນຫວຽດນາມ - ສະຫະພັນລັດເຊຍ... ການນໍາສອງທ່ານ ຢັ້ງຢືນວ່າ ພະລັງງານ ແລະນໍ້າມັນອາຍແກັດ ສືບຕໍ່ແມ່ນໜຶ່ງໃນບັນດາເສົາຄໍ້າຫຼັກຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ນໍາເອົາຜົນປະໂຫຍດທີ່ແທດຈິງມາໃຫ້ສອງປະເທດ; ເຫັນດີສືບຕໍ່ຮັກສາ ແລະເປີດກວ້າງການເຄື່ອນໄຫວຂອງວິສາຫະກິດນໍ້າມັນອາຍແກັດຫວຽດນາມ ຢູ່ລັດເຊຍ ແລະວິສາຫະກິດນໍ້າມັນອາຍແກັດລັດເຊຍ ຢູ່ໄຫຼ່ທະວີບຫວຽດນາມ ໃຫ້ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982; ຊົມເຊີຍ ແລະອໍານວຍຄວາມສະດວກໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດ ໃນບັນດາຂົງເຂດສະໜອງອາຍແກັດແຫຼວ, ໄຟຟ້າພະລັງຄວາມຮ້ອນ-ອາຍແກັດ, ພະລັງງານທົດແທນ...; ຍູ້ແຮງໂຄງການກໍ່ສ້າງສູນຄົ້ນຄວ້າວິທະຍາສາດ ແລະເຕັກໂນໂລຢີນິວເຄຼຍຢູ່ຫວຽດນາມ, ຖືນີ້ແມ່ນໜຶ່ງໃນບັນດາໂຄງການຈຸດສຸມລະຫວ່າງສອງປະເທດ ໃນໄລຍະຈະມາເຖິງ.

ທ່ານ ຫງວຽນຊວນຟຸກ ແລະທ່ານ V.Putin ຕີລາຄາສູງການຮ່ວມມືລະຫວ່າງສອງປະເທດໃນຂົງເຂດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນໄລຍະຜ່ານມາ, ລວມທັງການແບ່ງປັນທີ່ແທດຈິງ, ໜູນຊ່ວຍກັນຕ້ານພະຍາດໂຄວິດ-19 ຄື ມອບຜ້າອັດປາກ-ອັດດັງ, ວັດຖຸອຸປະກອນການແພດ, ວັກຊິນ...

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ພົບປະເຈລະຈາກັບທ່ານ  Vladimir Putin ປະທານາທິບໍດີລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ.

ກໍໃນຂອບເຂດການພົບປະເຈລະຈາ, ການນໍາສອງທ່ານໄດ້ແລກປ່ຽນກ່ຽວກັບສະພາບການໂລກ ແລະພາກພື້ນ. ທ່ານປະທານປະເທດ ຫງວຽນຊວນຟຸກ ສະໜັບສະໜູນ ແລະຕີລາຄາສູງບົດບາດປະເທດມະຫາອໍານາດ ແລະອິດທິພົນຊື່ສຽງສາກົນທີ່ນັບມື້ນັບສູງຂຶ້ນຂອງລັດເຊຍຢູ່ພາກພື້ນ, ທ່ານ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ຮ່ວມມືລະຫວ່າງລັດເຊຍກັບອາຊຽນ ແລະບັນດາປະເທດອາຊີ-ປາຊີຟິກ. ການນໍາສອງທ່ານ ກໍແລກປ່ຽນກ່ຽວກັບການສົມທົບກັນຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນຢູ່ອາຊີ-ປາຊີຟິກ, ໃນນັ້ນມີທະເລຕາເວັນອອກ ທີ່ສອດຄ່ອງກັບກົດໝາຍສາກົນ, ລວມມີ UNCLOS 1982. 

ສິ້ນສຸດການພົບປະເຈລະຈາ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະທ່ານປະທານາທິບໍດີ V.Putin ໄດ້ອອກຖະແຫຼງການຮ່ວມວ່າດ້ວຍວິໄສທັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສະຫະພັນລັດເຊຍ ເຖິງປີ 2030, ເພື່ອແນໃສ່ກໍານົດທິດໃຫ້ແກ່ການຮ່ວມມືທີ່ໄວ້ເນື້ອເຊື່ອໃຈອັນເລິກເຊິ່ງລະຫວ່າງສອງປະເທດໃນທຸກຂົງເຂດໃຫ້ນັບມື້ນັບເຂົ້າສູ່ລົງເລິກ, ແທດຈິງ ແລະມີປະສິດທິຜົນ, ຕອບສະໜອງຜົນປະໂຫຍດອັນຍາວນານຂອງສອງປະເທດ, ສອງຊາດ, ປະກອບສ່ວນເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ ແລະການພັດທະນາແບບຍືນຍົງຢູ່ພາກພື້ນ ແລະໃນໂລກ.

ໂດຍ: ໄຊຊະນະ