ທີ່ການເຈລະຈາ, ທ່ານ ຟ້າມມິງຈິ໊ງ ເນັ້ນໜັກວ່າ: ຫວຽດນາມ ຖືຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດທີ່ໄວ້ເນື້ອເຊື່ອໃຈ, ສໍາຄັນ ແລະຍາວນານ. ນາຍົກລັດຖະມົນຕີສອງທ່ານເຫັນດີເປັນເອກະພາບຕໍ່ເລື່ອງຄວນສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃຫ້ມີປະສິດທິຜົນ, ມີເນື້ອແທ້, ພິເສດແມ່ນໃນຂົງເຂດຖ່າຍທອດເຕັກໂນໂລຢີ, ປະກອບອາວຸດອຸປະກອນປ້ອງກັນຊາດ, ເສນາຮັກ, ຄວາມໝັ້ນຄົງທາງອິນເຕີເນັດ, ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ແກ້ໄຂຜັນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ, ຊຸກຍູ້ການຮ່ວມມືຍົກສູງຄວາມສາມາດປະຕິບັດກົດໝາຍຢູ່ທະເລ; ເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນມຸ່ງໄປເຖິງສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2023, ພິຈາລະນາເປີດສາຍການບິນການຄ້າຄືນໃໝ່, ຜັນຂະຫຍາຍໜັງສືຜ່ານແດນວັກຊິນ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Kishida Fumio  ນາຍົກລັດຖະມົນຕີຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ.

ນາຍົກລັດຖະມົນຕີສອງທ່ານເຫັນດີເປັນເອກະພາບຮ່ວມມືຢ່າງແໜ້ນແຟ້ນເພື່ອເພີ່ມທະວີ ແລະເປີດກວ້າງການຮັບເອົາແຮງງານຫວຽດນາມ ໄປຍີ່ປຸ່ນ. ສອງຝ່າຍກໍ່ເຫັນດີຍູ້ແຮງການຮ່ວມມືໃນການແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງນັກເຝິກງານ, ນັກສຶກສາຫວຽດນາມ. ນາຍົກລັດຖະມົນຕີສອງທ່ານມອບບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດພ້ອມກັນເຮັດວຽກເພື່ອແກ້ໄຂການປັບປຸງສະພາບແວດລ້ອມ, ເງື່ອນໄຂດໍາລົງຊີວິດ, ສະຫວັດດີການສັງຄົມຂອງນັກຮຽນ, ນັກສຶກສາຫວຽດນາມ.

ພາຍຫຼັງການເຈລະຈາ, ນາຍົກລັດຖະມົນຕີສອງທ່ານໄດ້ເປັນສັກຂີພິຍານການເຊັນສັນຍາ, ແລກປ່ຽນເອກະສານຫຼາຍສະບັບຕ່າງໆລະຫວ່າງບັນດາກະຊວງ, ຂະແໜງການ, ອົງການ ແລະວິສາຫະກິດສອງປະເທດ.

ໂດຍ: ເກື່ອງດັ້ງ