leftcenterrightdel
ປະທານປະເທດ ຫງວຽນຊວນຟຸກ ກວດແຖວກຽດຕິຍົດຂອງສູນເຂດຮ້ອນຫວຽດນາມ - ລັດເຊຍ. ພາບ: ຕ໊ວນຮຸຍ.

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ 33 ກວ່າປີແຫ່ງການສ້າງສາ ແລະພັດທະນາ, ດ້ວຍຄວາມເອົາໃຈໃສ່ຂອງພັກ, ລັດຫວຽດນາມ ແລະລັດຖະບານສະຫະພັນລັດເຊຍ, ສູນເຂດຮ້ອນຫວຽດນາມ - ລັດເຊຍ ໄດ້ພັດທະນາຮອບດ້ານ, ນັບມື້ນັບໝັ້ນແກ່ນ. ກໍາລັງຄວາມສາມາດຄົ້ນຄວ້າວິທະຍາສາດ, ໝູນໃຊ້ການຖ່າຍທອດ ເຕັກໂນໂລຢີໄດ້ຮັບການຍົກສູງຂຶ້ນ, ການເຄື່ອນໄຫວວິທະຍາສາດເຕັກໂນໂລຢີພັດທະນາແຮງກ່ຽວກັບປະລິມານ, ຄຸນນະພາບ, ບັນລຸໄດ້ປະສິດທິຜົນຢ່າງແທດຈິງ; ວຽກງານກໍ່ສ້າງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນຖັນແຖວພະນັກງານວິທະຍາສາດ, ນັກຊ່ຽວຊານແມ່ນໄດ້ຮັບຖືເປັນສໍາຄັນ. ວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ ແລະການຮ່ວມມືສາກົນ ໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ. ພິເສດ, ຕໍ່ໜ້າສະພາບການຜັນແປຢ່າງສັບສົນຂອງພະຍາດໂຄວິດ-19, ສູນເຂດຮ້ອນຫວຽດນາມ-ລັດເຊຍ ໄດ້ຄົ້ນຄວ້າສໍາເລັດ ແລະໄດ້ຮັບການຮັບຮອງຈາກກະຊວງສາທາລະນະສຸກ ກ່ຽວກັບຂັ້ນຕອນກວດຫາເຊື້ອໄວຣັດ SARS-CoV-2.

leftcenterrightdel
ປະທານປະເທດ ຫງວຽນຊວນຟຸກ ກ່າວຄໍາເຫັນຊີ້ນໍາທີ່ການຢ້ຽມຢາມ ແລະເຮັດວຽກຢູ່ສູນເຂດຮ້ອນຫວຽດນາມ - ລັດເຊຍ. ພາບ: ຕ໊ວນຮຸຍ.

ທ່ານປະທານປະເທດ ຢັ້ງຢືນວ່າ ບັນດາໝາກຜົນຄົ້ນຄວ້າຂອງສູນເຂດຮ້ອນຫວຽດນາມ - ລັດເຊຍ ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາວິທະຍາສາດເຕັກໂນໂລຢີເວົ້າລວມ, ວິທະຍາສາດເຕັກໂນໂລຢີ, ເຕັກນິກການທະຫານ, ການປ້ອງກັນຊາດ ແລະພັດທະນາເສດຖະກິດ - ສັງຄົມປະເທດ, ຕອບສະໜອງຜົນປະໂຫຍດຂອງທັງຫວຽດນາມ ແລະສະຫະພັນລັດເຊຍ. ບັນດາໝາກຜົນສໍາຄັນນີ້ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ, ພັດທະນາການພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈອັນເລິກເຊິ່ງ, ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ...

leftcenterrightdel
ປະທານປະເທດ ຫງວຽນຊວນຟຸກ ແລະບັນດາຜູ້ແທນຢ້ຽມຊົມຜະລິດຕະພັນວິທະຍາສາດເຕັກໂນໂລຢີຂອງສູນເຂດຮ້ອນຫວຽດນາມ - ລັດເຊຍ. ພາບ: ຕ໊ວນຮຸຍ.

ປະທານປະເທດ ຮຽກຮ້ອງສູນເຂດຮ້ອນຫວຽດນາມ - ລັດເຊຍ ຕ້ອງສືບຕໍ່ກໍ່ສ້າງໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງ, ແນວຄິດ, ການຈັດຕັ້ງຕາມທິດຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ, ມີປະສິດທິພາບ, ປະສິດທິຜົນ; ມີແຜນການກໍ່ສ້າງ, ດຶງດູດ, ນໍາໃຊ້ຖັນແຖວພະນັກງານວິທະຍາສາດ, ໂດຍສະເພາະແມ່ນແຫຼ່ງກໍ່ສ້າງຈາກລັດເຊຍ, ມີລະດັບວິຊາການ ແລະກໍ່ສ້າງຖັນແຖວພະນັກງານສືບທອດເພື່ອຮັບປະກັນແຫຼ່ງກໍາລັງໃຫ້ແກ່ການພັດທະນາຢ່າງພຽງພໍ. ທ່ານປະທານປະເທດ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ ສູນເຂດຮ້ອນຫວຽດນາມ - ລັດເຊຍ ຈະສືບຕໍ່ຍາດໄດ້ຜົນງານອັນໃຫຍ່ຫຼວງກວ່າອີກ, ປະກອບສ່ວນຕັ້ງໜ້າເຂົ້າໃນການກໍ່ສ້າງກອງທັບປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ ແລະຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ ໃຫ້ນັບມື້ນັບພັດທະນາອັນດີງາມ.

ໂດຍ: ໄຊຊະນະ