ກ່າວຄໍາເຫັນທີ່ພິທີ, ຕາງໜ້າການນໍາພັກ, ລັດ, ທ່ານປະທານປະເທດ ຫງວຽນຊວນຟຸກ ສົ່ງຄໍາອວຍພອນເຖິງການນໍາ, ຄູອາຈານ, ກຳມະກອນ, ພາລະກອນ ແລະນັກສຶກສາ ຮຸ່ນຕ່າງໆຂອງມະຫາວິທະຍາໄລສ້າງຄູຮ່າໂນ້ຍ ເນື່ອງໃນໂອກາດວັນຄູແຫ່ງຊາດຫວຽດນາມ (20-11) ແລະວັນມູນເຊື້ອຂອງມະຫາວິທະຍາໄລ. ທ່ານປະທານປະເທດ ຕີລາຄາວ່າ ໃນຕະຫຼອດໄລຍະ 70 ປີຜ່ານມາ, ມະຫາວິທະຍາໄລສ້າງຄູຮ່າໂນ້ຍ ໄດ້ຮັບການຮັບຮູ້ວ່າແມ່ນສະຖານທີ່ກໍ່ສ້າງຄູອາຈານຫຼາຍຮຸ່ນຄົນເພື່ອນໍາເອົາຄວາມຮູ້ໄປຖ່າຍທອດໃຫ້ຮຸ່ນຄົນຕ່າງໆໃນທົ່ວປະເທດ, ປະກອບສ່ວນເຂົ້າໃນພາລະກິດການສຶກສາ; ສ້າງສາ ແລະປົກປັກຮັກສາປະເທດຊາດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ປະດັບຫຼຽນໄຊແຮງງານ ຊັ້ນ I ໃຫ້ມະຫາວິທະຍາໄລສ້າງຄູຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ.

ເມື່ອເວົ້າເຖິງບັນດາສິ່ງທ້າທາຍຂອງປະເທດ ກໍ່ຄືພື້ນຖານການສຶກສາໃນສັງກາດຫັນປ່ຽນດີຈີຕອນ, ພິເສດແມ່ນໃນໄລຍະປະຈຸບັນ, ເມື່ອພະຍາດໂຄວິດ-19 ເຮັດໃຫ້ຫຼາຍປະເທດຕ້ອງປ່ຽນແປງວິທີການເຮັດວຽກ, ຮໍ່າຮ່ຽນຢ່າງຮອບດ້ານ, ທ່ານປະທານປະເທດ ຫວັງວ່າດ້ວຍບົດບາດແມ່ນໜຶ່ງໃນມະຫາວິທະຍາໄລສ້າງຄູຈຸດສຸມສອງແຫ່ງຂອງປະເທດ, ມະຫາວິທະຍາໄລສ້າງຄູຮ່າໂນ້ຍ ຄວນປັບຕົວເພື່ອປະກອບບັນດາທັກສະ, ຄວາມຮູ້ໃໝ່ ເຊິ່ງຮຸ່ນອະນາຄົດພວມຕ້ອງການ.

ທ່ານປະທານປະເທດ ເນັ້ນໜັກວ່າ ພະນັກງານ, ຄູອາຈານແມ່ນຊັບສິນອັນລໍ້າຄ່າທີ່ສຸດຂອງມະຫາວິທະຍາໄລ, ສະນັ້ນ, ຕ້ອງບູລິມະສິດແກ່ການພັດທະນາຖັນແຖວພະນັກງານ, ຄູອາຈານຮັບປະກັນທັງດ້ານຈໍານວນ ແລະຄຸນນະພາບແມ່ນໜ້າທີ່ຕົ້ນຕໍ, ຍາວນານ. ໃນວິວັດແຫ່ງການສິດສອນ, ຕ້ອງມີການປ່ຽນແປງໃໝ່ກ່ຽວກັບວິທີການ, ເນື້ອໃນກໍ່ສ້າງຢ່າງຮອບດ້ານເພື່ອແນໃສ່ຕອບສະໜອງສະພາບການໃໝ່, ຄວາມຮຽກຮ້ອງຕ້ອງການໃໝ່ໃນປະຈຸບັນ.

ໂດຍ: ຈາງຫງວຽນ