leftcenterrightdel
ອົດສະຕາລີ ແລະ UNICEF ຊ່ວຍເຫຼືອວັດຖຸອຸປະກອນການແພດໃຫ້ຫວຽດນາມ. ພາບ: vov.vn

ລາຍການຮ່ວມມືລະຫວ່າງລັດຖະບານອົດສະຕາລີ-UNICEF ເລີ່ມຜັນຂະຫຍາຍມາແຕ່ເດືອນເມສາ 2021, ເພື່ອໜູນຊ່ວຍຫວຽດນາມ ໃນຫຼາຍຂົງເຂດສໍາຄັນປະກອບສ່ວນປະຕິບັດການສັກວັກຊິນກັນໂຄວິດ-19 ໃຫ້ສໍາເລັດ, ປອດໄພ ແລະມີປະສິດທິຜົນ. ໄປພ້ອມກັບການໜູນຊ່ວຍວັດຖຸອຸປະກອນລະບົບເຄື່ອງເຢັນ ແລະອຸປະກອນສັກວັກຊິນ, ໜູນຊ່ວຍການຝຶກແອບຍົກລະດັບກຳລັງຄວາມສາມາດໃຫ້ພະນັກງານການແພດ, ລັດຖະບານອົດສະຕາລີ ຍັງໃຫ້ຄໍາໝັ້ນສັນຍາໜູນຊ່ວຍຫວຽດນາມ ຈໍານວນວັກຊິນກັນໂຄວິດ-19 ທັງໝົດ 5,2 ລ້ານໂດສ.

ໂດຍ: ເກື່ອງດັ້ງ