ທີ່ການພົບປະ, ໃນຂົງເຂດເສດຖະກິດສອງຝ່າຍເຫັນດີເປັນເອກະພາບຕັ້ງໜ້າຜັນຂະຫຍາຍ ແລະເສີມຂະຫຍາຍສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າປາຊີຟິກ (CPTPP) ເຊ່ິງສອງປະເທດເປັນສະມາຊິກ, ຍູ້ແຮງການຄ້າສິນຄ້າ, ສູ້ຊົນນໍາວົງເງິນການຄ້າສອງສົ້ນຂຶ້ນກວ່າ 8 ຕື້ໂດລາສະຫະລັດ. ທ່ານ ຟ້າມມິງຈິ໊ງ ສະເໜີການາດາ ເປີດປະຕູຕະຫຼາດໃຫ້ສິນໃນນໍ້າ ແລະຜະລິດຕະພັນກະເສດຫວຽດນາມ, ໂດຍສະເພາະແມ່ນໝາກໄມ້, ກາເຟ... ປາດຖະໜາວ່າ ວິສາຫະກິດການາດາ ຈະເພີ່ມທະວີການລົງທຶນເຂົ້າຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດຂຽວ, ເສດຖະກິດດີຈີຕອນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ...

leftcenterrightdel
ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະນາຍົກລັດຖະມົນຕີການາດາ Justin Trudeau. ພາບ: ສໍານັກຂ່າວສານຫວຽດນາມ.

ສຳລັບການປ້ອງກັນ, ຕ້ານພະຍາດໂຄວິດ-19, ການນໍາສອງທ່ານໄດ້ເຫັນດີເປັນເອກະພາບຕ້ອງຊຸກຍູ້ການເຈລະຈາຮັບຮອງວິຊາຂຽວ ແລະໜັງສືຜ່ານແດນວັກຊິນຂອງກັນ, ປະກອບສ່ວນໜູນຊ່ວຍວິວັດການຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ. ທ່ານ ຟ້າມມິງຈິ໊ງ ສະເໜີການາດາ ໜູນຊ່ວຍຫວຽດນາມ ປະຕິຮູບ, ປັບປຸງລະບອບລະບຽບການ, ເຕັກໂນໂລຢີ, ການເງິນຂຽວ, ກໍ່ສ້າງຊັບພະຍາກອນມະນຸດໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະການປ່ຽນແປງໃໝ່ປະດິດສ້າງ.

ສຳລັບບັນຫາຫຼາຍຝ່າຍ, ສອງຝ່າຍແບ່ງປັນທັດສະນະຮັກສາສັນຕິພາບ, ສະຖຽນລະພາບບົນພື້ນຖານກົດໝາຍສາກົນ, ຊຸກຍູ້ຜົນປະໂຫຍດອັນຊອບທຳບົນພື້ນຖານເຄົາລົບກົດໝາຍສາກົນເພື່ອສັນຕິພາບ, ຄວາມວັດທະນາຖາວອນລວມ.

ໂດຍ: ເກື່ອງດັ້ງ