ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ເນັ້ນໜັກວ່າ ໃນສະຖານະການມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍທີ່ສຸດ, ສະຫະພັນໃຫຍ່ແຮງງານຫວຽດນາມ ຕ້ອງຄຽງບ່າຄຽງໄຫຼ່ກັບລັດຖະບານ, ຮ່ວມແຮງຮ່ວມໃຈຜັນຂະຫຍາຍບັນດາໜ້າທີ່, ສູ້ຊົນປະຕິບັດເປົ້າໝາຍກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກວາງອອກໃຫ້ໄດ້ຮັບໄຊຊະນະ. ໃນຕໍ່ໜ້າແມ່ນຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມພະຍາດໂຄວິດ-19 ຢ່າງມີປະສິດທິຜົນ, ທັງປ້ອງກັນ, ຕ້ານພະຍາດໃຫ້ສໍາເລັດ, ທັງຟື້ນຟູໂດຍໄວ ແລະຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການໜູນຊ່ວຍສັງຄົມ. ໃນນັ້ນໜ້າທີ່ອັນຮີບດ່ວນ, ຈຸດສຸມ, ແຖວໜ້າໃນໄລຍະປະຈຸບັນແມ່ນແກ້ໄຂສະພາບການຕັດຕອນລະບົບສະໜອງແຮງງານ, ຕ້ອງນໍາເອົາຜູ້ອອກແຮງງານກັບຄືນມາເຮັດວຽກຢູ່ວິສາຫະກິດຜະລິດໃຫ້ມີຄວາມປອດໄພໂດຍໄວ, ມີລາຍຮັບ, ມີສະຖຽນລະພາບໃນການດໍາລົງຊີວິດ; ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ປອດໄພໃນສັງຄົມ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງ: ກຳມະບານທຸກຂັ້ນສືບຕໍ່ປຸກລະດົມ, ຜັນຂະຫຍາຍຂະບວນການແຂ່ງຂັນຜ່ານຜ່າຄວາມທຸກຍາກ, “ອອກແຮງງານເກ່ັງ, ອອກແຮງງານຢ່າງມີຫົວຄິດປະດິດສ້າງ”, “ປະສິດທິພາບສູງ, ຄຸນນະພາບດີ”, “ແຕ່ລະຄົນເຮັດວຽກເທົ່າກັບສອງຄົນ” ພ້ອມກັບທົ່ວປະເທດປ້ອງກັນ, ຕ້ານພະຍາດ, ຟື້ນຟູເສດຖະກິດ. ສະມາຊິກກຳມະບານ, ຜູ້ອອກແຮງງານແຕ່ລະຄົນຕ້ອງແມ່ນນັກຮົບໃນການປ້ອງກັນ, ຕ້ານພະຍາດ ແລະຟື້ນຟູເສດຖະກິດ.

ນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ຄະນະ, ກະຊວງ, ຂະແໜງການ, ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນຕັ້ງໜ້າສົມທົບກັບສະຫະພັນໃຫຍ່ແຮງງານຫວຽດນາມ ແລະກໍາມະບານທຸກຂັ້ນແກ້ໄຂຄວາມຕ້ອງການ, ຄວາມມຸ່ງມາດປາດຖະໜາ, ສິດ ແລະຜົນປະໂຫຍດທີ່ຊອບທຳຂອງຜູ້ອອກແຮງງານໃຫ້ທັນການ.

ໂດຍ: ໄຊນີດາ