leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ມຸ່ງໄປເຖິງການສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມຮອບດ້ານໃນປີ 2022 ແລະ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ ແລະການາດາ ໃນປີ 2023, ທ່ານ ຫງວຽນກວກຢຸງ ສະແດງຄວາມປາດຖະໜາຢາກສືບຕໍ່ເພີ່ມທະວີສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດໃນທຸກໆຂົງເຂດ, ຮຽກຮ້ອງໃຫ້ ການາດາ ສືບຕໍ່ຊ່ວຍເຫຼືອວັກຊິນ ແລະຢາປົວພະຍາດໃຫ້ແກ່ຫວຽດນາມ.

ສ່ວນທ່ານ David Morrison ກໍ່ຢືນຢັນວ່າ ຖືເປັນສຳຄັນ ແລະປາດຖະໜາຢາກເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ການາດາ ເລິກເຊິ່ງກວ່າອີກ; ຕີລາຄາສູງຄວາມມານະພະຍາຍາມໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ ດ້ວຍນະໂຍບາຍການປັບຕົວທີ່ປອດໄພ ແລະມີໄຫວພິບ; ຢືນຢັນຄໍາໝັ້ນສັນຍາສືບຕໍ່ໜູນຊ່ວຍຫວຽດນາມ ແລະບັນດາປະເທດໃນພາກພື້ນເຂົ້າເຖິງວັກຊິນກັນໂຄວິດ-19 ຜ່ານໂຄງການ COVAX ແລະກອງທຶນຮັບມືກັບພະຍາດໂຄວິດ-19 ຂອງອາຊຽນ.

ສອງຝ່າຍກໍ່ແລກປ່ຽນກ່ຽວກັບສະຖານະການສາກົນ ແລະພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ, ສອງຝ່າຍຢືນຢັນການເຊີດຊູການເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982; ເຫັນດີສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍຢູ່ພາກພື້ນ ແລະສາກົນ.

ໂດຍ: ທະນາພອນ