ປະທານປະເທດ ພົບປະຜູ້ແທນສະມາຄົມນັກທຸລະກິດນັກຮົບເກົ່າຫວຽດນາມ
    
    
    
        
            
ກປ.ອອນໄລ - ເນື່ອງໃນໂອກາດວັນນັກທຸລະກິດຫວຽດນາມ 13 ຕຸລາ, ຕອນບ່າຍວັນທີ 14 ຕຸລາ, ຢູ່ສຳນັກງານປະທານປະເທດ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ມີການພົບປະກັບຜູ້ແທນ 45 ຄົນ ເຊິ່ງແມ່ນນັກທຸລະກິດນັກຮົບເກົ່າ ດີເດັ່ນ ທີ່ຕາງໜ້າໃຫ້ບັນດານັກທຸລະກິດຂອງສະມາຄົມນັກທຸລະກິດນັກຮົບເກົ່າຫວຽດນາມ. 
        
        
        
            
	ຍ້ອງຍໍສັນລະເສີນນັກທຸລະກິດນັກຮົບເກົ່າຫວຽດນາມ ທີ່ໄດ້ອອກແຮງງານ, ທຳການຜະລິດຢ່າງບໍ່ຢຸດຢັ້ງ ແລະມີຫຼາຍການເຄື່ອນໄຫວດ້ວຍຄວາມເມດຕາ ແລະມີຄວາມຮັບຜິດຊອບຕໍ່ສັງຄົມ, ປະທານປະເທດ ປາດຖະໜາວ່າ ນັບມື້ນັບມີນັກທຸລະກິດນັກຮົບເກົ່າຫຼາຍຄົນປະສົບຜົນສຳເລັດ, ແຜ່ຂະຫຍາຍຄຸນທາດອັນດີງາມຂອງທະຫານລຸງໂຮ່ ໃນແນວຮົບເສດຖະກິດ-ສັງຄົມ, ໂດຍສະເພາະແມ່ນໃນສະພາບຟື້ນຟູເສດຖະກິດຫຼັງໂຄວິດ-19.
	
		
			
				     | 
		
		
			
				  | 
		
		
			| 
				ປະທານປະເທດ ຫງວຽນຊວນຟຸກ ພ້ອມກັບຜູ້ແທນນັກທຸລະກິດນັກຮົບເກົ່າ. ພາບ: ສຳນັກຂ່າວສານຫວຽດນາມ. | 
		
	
	ທ່ານປະທານປະເທດ ກໍ່ສະເໜີສະມາຄົມເພີ່ມທະວີການສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ຕັ້ງໜ້າແມ່ນຂົວເຊື່ອມຕໍ່ເປັນເສນາທິການໃຫ້ສະມາຄົມນັກຮົບເກົ່າຫວຽດນາມ  ວິທີການເຮັດວຽກທີ່ດີ, ປະດິດສ້າງ, ມີປະສິດທິຜົນເພື່ອຈັດຕັ້ງການເຄື່ອນໄຫວເບິ່ງແຍງດູແລ, ປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳໃຫ້ສະມາຊິກຂອງສະມາຄົມ, ເສີມຂະຫຍາຍບົດບາດຂອງນັກຮົບເກົ່າໃນໄລຍະໃໝ່ຂອງປະເທດ; ພ້ອມທັງ, ປະກອບຄຳເຫັນໃຫ້ແກ່ພັກ, ລັດ ໃນການສ້າງສາ ແລະປົກປັກຮັກສາປະເທດຊາດ. ພ້ອມກັບການຍົກສູງປະສິດທິຜົນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ ແມ່ນຜັນຂະຫຍາຍການເຄື່ອນໄຫວດ້ວຍຄວາມເມດຕາ, ໂດຍສະເພາະແມ່ນຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ນັກຮົບເກົ່າປະສົບຄວາມຫຍຸ້ງຍາກ, ນັກຮົບເກົ່າຢູ່ເຂດທຸກຍາກ.
	ໂດຍ: ແສງເດືອນ