ທີ່ການຕ້ອນຮັບ, ທ່ານ ບຸ່ຍແທັງເຊິນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບ ໂປໂລຍ; ສະເໜີສອງປະເທດສືບຕໍ່ເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ສ້າງພື້ນຖານເພື່ອຊຸກຍູ້ ແລະເປີດກວ້າງການຮ່ວມມືສອງຝ່າຍໃນທຸກຂົງເຂດ.

leftcenterrightdel
ທ່ານ ບຸ່ຍແທັງເຊິນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Wojciech Gerwel ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ໂປໂລຍ ປະຈຳ ຫວຽດນາມ. ພາບ: dangcongsan.vn.

ເນື່ອງໃນໂອກາດນີ້, ຕາງໜ້າລັດຖະບານ ແລະປະຊາຊົນຫວຽດນາມ, ທ່ານ ບຸ່ຍແທັງເຊິນ ກ່າວຄຳຂອບໃຈລັດຖະບານ ແລະປະຊາຊົນໂປໂລຍ ທີ່ຊ່ວຍເຫຼືອວັກຊິນ AstraZeneca ຈຳນວນ 501.600 ໂດສ ໃຫ້ແກ່ຫວຽດນາມ ແລະວັດຖຸອຸປະກອນການແພດຈຳນວນໜຶ່ງໃຫ້ແກ່ນະຄອນໂຮ່ຈີມິນ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະຫວ່າງແລ້ວນີ້ໄດ້ຊ່ວຍເຫຼືອວັກຊິນ AstraZeneca ຕື່ມອີກຈຳນວນ 890.000 ໂດສ ໃຫ້ແກ່ຫວຽດນາມ ເຊິ່ງຝ່າຍໂປໂລຍ ຈະຂົນສົ່ງມາຫວຽດນາມ ໃນອາທິດນີ້.

ສ່ວນທ່ານເອກອັກຄະລັດຖະທູດ Wojciech Gerwel ຢັ້ງຢືນວ່າຈະມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອປະກອບສ່ວນປັບປຸງ ແລະຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືອັນດີງາມລະຫວ່າງສອງປະເທດກວ່າອີກ ເພື່ອຕອບສະໜອງຜົນປະໂຫຍດແທດຈິງຂອງສອງຊາດຫວຽດນາມ ແລະໂປໂລຍ.

ໂດຍ: ແສງເດືອນ