ທ່ານ ຟ້າມມິງຈິ໊ງ ຢັ້ງຢືນວ່າ ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ, ພ້ອມແລ້ວທີ່ຈະສົມທົບກັບ ສ.ເກົາຫຼີ ຢ່າງແໜ້ນແຟ້ນ ເພື່ອເສີມຂະຫຍາຍກົນໄກທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ, ແທດຈິງ ແລະເປີດໄລຍະໃໝ່ ເພື່ອຍົກລະດັບການພົວພັນຮ່ວມມືລະຫວ່າງສອງປະເທດດ້ວຍຜົນສຳເລັດໃໝ່ຫຼາຍຢ່າງ, ມີເປົ້າໝາຍສູງກວ່າ, ມຸ່ງໄປເຖິງອະນາຄົດອັນດີງາມກວ່າໃນການພົວພັນສອງປະເທດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Park Noh Wan ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ. ພາບ: baochinhphu.vn.

ກ່ຽວກັບການຮ່ວມມືປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ທ່ານ  ຟ້າມມິງຈິ໊ງ ຫວັງວ່າ ຝ່າຍ ສ.ເກົາຫຼີ ຈະສືບຕໍ່ຮ່ວມມື, ໜູນຊ່ວຍຫວຽດນາມ ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ໂດຍສະເພາະແມ່ນກ່ຽວກັບວັກຊິນ ແລະຢາປິ່ນປົວໂຄວິດ-19, ພັດທະນາເຕັກໂນໂລຢີການຢາ, ຍົກສູງກຳລັງຄວາມສາມາດດ້ານການແພດ.

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ທ່ານ ຟ້າມມິງຈິ໊ງ ປາດຖະໜາຢາກໃຫ້ສອງຝ່າຍສືບຕໍ່ຊຸກຍູ້ວິສາຫະກິດສ.ເກົາຫຼີ, ເປັນຕົ້ນແມ່ນກຸ່ມບໍລິສັດ, ວິສາຫະກິດຂະໜາດໃຫຍ່ຂອງ ສ.ເກົາຫຼີ ສືບຕໍ່ລົງທຶນຢູ່ຫວຽດນາມ ຫຼາຍກວ່າ; ຮັບຮອງເອົາປາດສະປໍວັກຊິນຂອງກັນ, ຫັນການເຄື່ອນໄຫວດ້ານເສດຖະກິດລະຫວ່າງສອງປະເທດເປັນປົກກະຕິໂດຍໄວ...

ສ່ວນທ່ານເອກອັກຄະລັດຖະທູດ Park Noh Wan ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສໍາຄັນແຖວໜ້າຂອງ ສ.ເກົາຫຼີ, ເປັນຕົ້ນແມ່ນດ້ານເສດຖະກິດ, ການລົງທຶນ, ການຄ້າ... ທ່ານເອກອັກຄະລັດຖະທູດ Park Noh Wan ໄດ້ແຈ້ງໃຫ້ຊາບວ່າ ລັດຖະບານ ສ.ເກົາຫຼີ ຈະໜູນຊ່ວຍວັກຊິນ Astra Zeneca ຈຳນວນ 1,1 ລ້ານໂດສ ໃຫ້ລັດຖະບານ ແລະປະຊາຊົນຫວຽດນາມ ແລະຄ່າດວ່າ ຈະສົ່ງມາຮອດຫວຽດນາມ ໃນວັນທີ 13 ຕຸລາ. ທ່ານ Park Noh Wan ກໍ່ຢັ້ງຢືນວ່າ ໃນໄລຍະຈະມາເຖິງ ສ.ເກົາຫຼີ ຈະສືບຕໍ່ພິຈາລະນາໜູນຊ່ວຍດ້ານການແພດ, ໃນນັ້ນມີວັກຊິນໃຫ້ແກ່ຫວຽດນາມ. ທ່ານເອກອັກຄະລັດຖະທູດ Park Noh Wan ໃຫ້ຮູ້ວ່າ ຝ່າຍ ສ.ເກົາຫຼີ ປາດຖະໜາຢາກຍົກລະດັບການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. 

ໂດຍ: ທະນາພອນ