ການພົບປະຂັ້ນສູງຫວຽດນາມ-ລາວ-ກໍາປູເຈຍ
ກປ.ອອນໄລ - ວັນທີ 26 ກັນຍາ 2021, ທີ່ສໍານັກງານສູນກາງພັກ, ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມູນິດຫວຽດນາມ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະທ່ານ Hun Sen ປະທານພັກປະຊາຊົນກໍາປູເຈຍ, ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກກໍາປູເຈຍ ໄດ້ມີການພົບປະຂັ້ນສູງຫວຽດນາມ-ລາວ-ກໍາປູເຈຍ.
    |
 |
ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມູນິດຫວຽດນາມ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະທ່ານ Hun Sen ປະທານພັກປະຊາຊົນກໍາປູເຈຍ, ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກກໍາປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ທີ່ການພົບປະ, ການນໍາສາມທ່ານຂອງສາມພັກໄດ້ຕີລາຄາສູງຄວາມໝາຍ ແລະຄວາມສໍາຄັນຂອງການພົບປະ; ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ໃນນັ້ນມີວຽກງານພັກ, ການພັດທະນາເສດຖະກິດ-ສັງຄົມ, ພິເສດແມ່ນໃນສະພາບປ້ອງກັນ, ຕ້ານພະຍາດໂຄວິດ-19.
    |
 |
ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມູນິດຫວຽດນາມ ກ່າວຄໍາເຫັນທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ. |
ການນໍາສາມທ່ານໄດ້ແລກປ່ຽນກ່ຽວກັບສະພາບການຮ່ວມມືໃນໄລຍະຜ່ານມາ; ປຶກສາຫາລືກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ; ພ້ອມກັນເຫັນດີເປັນເອກະພາບຕໍ່ຄວາມສໍາຄັນຂອງການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີມິດຕະພາບ, ສະໜິດຕິດແໜ້ນລະຫວ່າງສາມພັກ, ສາມປະເທດ. ການນໍາສາມທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ; ເສີມຂະຫຍາຍກົນໄກໃນປະຈຸບັນໃຫ້ມີປະສິດທິຜົນ ແລະສືບຕໍ່ແລກປ່ຽນ, ຮ່ວມມືໃນຂົງເຂດຕ່າງໆໃນໄລຍະຈະມາເຖິງ, ເພື່ອຜົນປະໂຫຍດຂອງປະຊາຊົນສາມປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.
    |
 |
ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມູນິດຫວຽດນາມ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະທ່ານ Hun Sen ປະທານພັກປະຊາຊົນກໍາປູເຈຍ, ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກກໍາປູເຈຍຖ່າຍຮູບເປັນທີ່ລະນຶກ. ພາບ: ສໍານັກຂ່າວສານຫວຽດນາມ. |
ເນື່ອງໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ກໍ່ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ, ທ່ານ Hun Sen ປະທານພັກປະຊາຊົນກໍາປູເຈຍ, ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກໍາປູເຈຍ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ.
ໂດຍ: ໄຊນິດາ