ກະຊວງການຕ່າງປະເທດຫວຽດນາມ ໄດ້ສົມທົບກັບກະຊວງສາທາລະນະສຸກ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ຈັດຕັ້ງພິທີມອບຮັບວັກຊິນ, ວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ທີ່ໄດ້ສົ່ງມາຫວຽດນາມ ພ້ອມກັບຄະນະປະຕິບັດງານຂອງປະທານປະເທດ. ທ່ານ ຫງວຽນຊວນຟຸກ ປະທານປະເທດ ເຂົ້າຮ່ວມພິທີມອບຮັບວັກຊິນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດ ໄດ້ເປັນສັກຂີພິຍານພິທີມອບຮັບວັກຊິນ Abdala ຂອງກູບາ ຢູ່ສະໜາມບິນໂນ້ຍບ່າຍ. ພາບ: ຝູເຊິນ.

ທີ່ພິທີມອບຮັບ, ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີຕ່າງປະເທດຫວຽດນາມ ໄດ້ແຈ້ງໃຫ້ຮູ້ໝາກຜົນທີ່ພົ້ນເດັ່ນໃນການປະຕິບັດງານຂອງທ່ານປະທານປະເທດ. ທ່ານ ດັ້ງຮວ່າງຢາງ ຢັ້ງຢືນວ່າ ການປະຕິບັດງານທີ່ມີຄວາມໝາຍເລິກເຊິ່ງ, ບັນລຸທຸກເປົ້າໝາຍທີ່ໄດ້ວາງອອກ ແລະນຳມາເຊິ່ງຜົນງານສັງລວມ, ຮອບດ້ານ, ໃນທຸກຂົງເຂດ, ນັບທັງລາຍການ ແລະເນື້ອໃນ, ທັງການທູດຫຼາຍຝ່າຍ ແລະສອງຝ່າຍ, ການທູດພັກ, ການທູດລັດ, ການທູດປະຊາຊົນ, ທັງການທູດດ້ານການເມືອງ, ເສດຖະກິດ ແລະວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ປະກອບສ່ວນສືບຕໍ່ຍົກສູງອິດທິພົນຊື່ສຽງ ແລະທີ່ຕັ້ງຂອງຫວຽດນາມ ຢູ່ເວທີສາກົນ.

ເລື່ອງຮັບວັກຊິນ, ວັດຖຸອຸປະກອນການແພດຈາກ ກູບາ ແລະປະເທດຕ່າງໆ, ກໍ່ຄືຄູ່ຮ່ວມມືອາເມລິກາ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດເປັນຈໍານວນຫຼາຍນັ້ນສະແດງໃຫ້ເຫັນຄວາມມານະພະຍາຍາມສູງສຸດຂອງທ່ານປະທານປະເທດ ແລະຄະນະປະຕິບັດງານ, ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ຄວາມຕັດສິນໃຈຂອງພັກ, ລັດ, ປະຊາຊົນ ແລະຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ສະຫວຽນທຸກແຫຼ່ງກໍາລັງໃຫ້ປະເທດຜ່ານຜ່າໂລກລະບາດ, ຟື້ນຟູ ແລະສືບຕໍ່ພັດທະນາເສດຖະກິດໂດຍໄວ.

ໂດຍ: ເກື່ອງດັ້ງ