ນີ້ແມ່ນຂໍ້ສັງເກດຂອງທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສະຫະພັນລັດເຊຍ ໃນການຕອບສໍາພາດສື່ມວນຊົນຫວຽດນາມ ຢູ່ ລັດເຊຍ ກ່ອນການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຄັ້ງທໍາອິດຂອງ ທ່ານລັດຖະມົນຕີ ຕ່າງປະເທດຫວຽດນາມ.

leftcenterrightdel
ທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສະຫະພັນລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານ ດັ້ງມິງຄອຍ ແລ້ວ, ໃນການຢ້ຽມຢາມແຕ່ວັນທີ 25 ກັນຍາ ຮອດວັນທີ 28 ກັນຍາ, ສານສໍາຄັນທີ່ສຸດຂອງລັດຖະມົນຕີຕ່າງປະເທດ ບຸ່ຍແທັງເຊິນ ແມ່ນຢັ້ງຢືນເລື່ອງເພີ່ມທະວີ, ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ ແມ່ນແນວທາງແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຫວຽດນາມ ແລະສະຫະພັນລັດເຊຍ ຍາມໃດກໍ່ແມ່ນບູລິມະສິດໃນນະໂຍບາຍການທູດຂອງຫວຽດນາມ.

ທ່ານ ດັ້ງມິງຄອຍ ກໍ່ເນັ້ນໜັກວ່າ ໃນຂອບເຂດການຢ້ຽມຢາມ, ສອງຝ່າຍກໍ່ໄດ້ແລກປ່ຽນການຮ່ວມມືກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະວັກຊິນກັນໂຄວິດ-19. ການຢ້ຽມຢາມຄັ້ງນີ້ກໍ່ຢັ້ງຢືນໃຫ້ເຫັນວ່າ ຫວຽດນາມ ແລະສະຫະພັນລັດເຊຍ ຈະເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການທ່ອງທ່ຽວພາຍຫຼັງພະຍາດໂຄວິດ-19.

ໂດຍ: ເກື່ອງດັ້ງ