ທີ່ການຕ້ອນຮັບທ່ານນາງ Kristalina Georgieva, ທ່ານປະທານປະເທດ ຫງວຽນຊວນຟຸກ ຕີລາຄາສູງການຮ່ວມມືຂອງ IMF ກັບຫວຽດນາມ ໃນວິວັດແຫ່ງການພັດທະນາເສດຖະກິດ-ສັງຄົມ ແລະເຊື່ອມໂຍງເຂົ້າກັບສາກົນ; ຂອບໃຈ IMF ທີ່ໄດ້ຮ່ວມແຮງຮ່ວມໃຈກັບຫວຽດນາມ ໃນຂະບວນການຮັບມືກັບໂລກລະບາດໂຄວິດ-19; ທ່ານປາດຖະໜາຢາກໃຫ້ IMF ໜູນຊ່ວຍຫວຽດນາມ ໃນການເຂົ້າເຖິງວັກຊິນ ແລະສືບຕໍ່ຮ່ວມເດີນທາງກັບຫວຽດນາມ ໃນວິວັດທະນາການພັດທະນາ. ທ່ານນາງຜູ້ອຳນວຍການໃຫຍ່ IMF ຢືນຢັນວ່າ IMF ຈະໜູນຊ່ວຍຫວຽດນາມ  ຜ່ານຜ່າຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ-19 ກໍ່ຄືຮ່ວມເດີນທາງພ້ອມກັບຫວຽດນາມ ໃນການພັດທະນາປະເທດຊາດ.

leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຟຸກ ໄປຢ້ຽມຢາມບໍລິສັດ Pfizer. ພາບ: ສໍານັກຂ່າວສານຫວຽດນາມ.

ວັນທີ 23 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມບໍລິສັດ Pfizer, ໜຶ່ງໃນບັນດາບໍລິສັດຊີວະວິທະຍາການຢາແຖວໜ້າໂລກ. ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ສະແດງຄວາມປະທັບໃຈຕໍ່ບົດບາດທີ່ຕັ້ງໜ້າຂອງ Pfizer ໃນການເຄື່ອນໄຫວປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ພິເສດແມ່ນການພັດທະນາວັກຊິນກັນໂຄວິດ-19 Pfizer-BioNTech ສຳເລັດຜົນ, ເຊິ່ງໄດ້ຮັບການຢັ້ງຢືນຈາກທົ່ວໂລກວ່າແມ່ນ “ອາວຸດ” ທີ່ມີປະສິດທິຜົນສູງ ເພື່ອຄວບຄຸມໂລກລະບາດໂຄວິດ-19.

ສ່ວນທ່ານ Jonathan Selib ຮອງປະທານ Pfizer ໃຫ້ຮູ້ວ່າ Pfizer ມີການພົວພັນຮ່ວມມືກັບຫວຽດນາມ ຢ່າງດີງາມ ແລະໃຫ້ຄຳໝັ້ນສັນຍາວ່າ ຈະສະໜອງວັກຊິນກັນໂຄວິດ-19 ໃຫ້ແກ່ຜູ້ໃຫຍ່ຄົບ 31 ລ້ານໂດສ ໃນປີນີ້ພ້ອມທັງວັກຊິນສຳລັບເດັກນ້ອຍ  20 ລ້ານໂດສ ເມື່ອ Pfizer ມີຂໍ້ມູນຢ່າງຄົບຖ້ວນກ່ຽວກັບປະສິດທິຜົນ ແລະລັກສະນະຄວາມປອດໄພ; ທ່ານຮັບຮູ້ການສະເໜີຂອງຫວຽດນາມ ກ່ຽວກັບການຮ່ວມມືຜະລິດວັກຊິນ.

ໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມີການຕ້ອນຮັບການນໍາບາງກຸ່ມບໍລິສັດແຖວໜ້າຂອງອາເມລິກາ ແມ່ນ Exxon Mobil, Next Decade ແລະ Blackrock.

ໂດຍ: ທະນາພອນ