ທີ່ການພົບປະ, ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ ໃນສະພາບການທີ່ຫຍຸ້ງຍາກໂດຍພະຍາດໂຄວິດ-19 ກໍ່ຂຶ້ນນັ້ນ, ພັກ, ລັດ ແລະລັດຖະບານຍິ່ງນັບຖືການກະທໍາທີ່ເຕັມໄປດ້ວຍສາຍຈິດມິດໃຈຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ທ່ານປະທານປະເທດປາດຖະໜາວ່າ ພໍ່ແມ່ປະຊາຊົນສືບຕໍ່ເສີມຂະຫຍາຍຈິດໃຈ “ຮັກແພງຊ່ວຍເຫຼືອກັນ”, ມຸ່ງຫາບ້ານເກີດເມືອງນອນ, ປະກອບສ່ວນໃຫ້ປະຊາຊົນພາຍໃນປະເທດເພື່ອພ້ອມກັນຮ່ວມແຮງຮ່ວມໃຈຜ່ານຜ່ານພະຍາດໂດຍໄວ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ເປັນສັກຂີພິຍານພິທີມອບ-ຮັບເຄື່ອງຫາຍໃຈ 1.000 ເຄື່ອງ ໃຫ້ກະຊວງສາທາລະນະສຸກຫວຽດນາມ ເພື່ອຮັບໃຊ້ການປ້ອງກັນ, ຕ້ານພະຍາດໂຄວິດ-19. ພາບ: thanhnien.vn.

ສິ້ນສຸດການພົບປະ, ທ່ານ ຫງວຽນຊວນຟຸກ ແລະບັນດາສະມາຊິກໃນຄະນະຜູ້ແທນໄດ້ເປັນສັກຂີພິຍານພິທີມອບ-ຮັບອຸປະກອນການແພດໂດຍທ່ານ David Duong, ນັກທຸລະກິດຊາວຫວຽດນາມ ອາໄສຢູ່ສະຫະລັດອາເມລິກາ ມອບໃຫ້, ດ້ວຍເຄື່ອງຫາຍໃຈ 1.000 ເຄື່ອງ ເພື່ອຊ່ວຍເຫຼືອປະຊາຊົນພາຍໃນປະເທດ.

ໂດຍ: ຈາງຫງວຽນ