ເຂົ້າຮ່ວມພິທີໄຂມີບັນດາປະມຸກລັດ, ນາຍົກລັດຖະມົນຕີ ແລະຜູ້ຕາງໜ້າຂັ້ນສູງທີ່ມາຈາກ 193 ປະເທດສະມາຊິກ ສປຊ, ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76, ເລຂາທິການໃຫຍ່ ສປຊ ພ້ອມກັບການນໍາຫຼາຍທ່ານຂອງບັນດາອົງການຈັດຕັ້ງສາກົນ ແລະພາກພື້ນ. ຄະນະຜູ້ແທນຂັ້ນສູງຫວຽດນາມ ນຳໂດຍທ່ານ ຫງວຽນຊວນຟຸກ ປະທານປະເທດ ໄດ້ເຂົ້າຮ່ວມພິທີໄຂ.

leftcenterrightdel
ບັນຍາກາດທີ່ພິທີໄຂວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫຍ່ ສປຊ ສະໄໝທີ 76. ພາບ: baophapluat.vn.

ກ່າວຄໍາເຫັນທີ່ພິທີໄຂ, ທ່ານ Abdulla Shahid ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ໃຫ້ຄໍາໝັ້ນສັນຍາຈະຊຸກຍູ້ການຮ່ວມມືສາກົນເພື່ອຮັບມືກັບພະຍາດໂຄວິດ-19, ຟື້ນຟູ ແລະພັດທະນາພາຍຫຼັງຄວບຄຸມພະຍາດໄດ້ຕາມທິດຍືນຍົງບົນພື້ນຖານໂຄງການດໍາເນີນງານຮອດປີ 2030 ເພື່ອການພັດທະນາແບບຍືນຍົງ; ທ່ານເນັ້ນໜັກວ່າ ຄວນຊຸກຍູ້ຄວາມມານະພະຍາຍາມໃນທົ່ວໂລກເພື່ອແນໃສ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຊຸກຍູ້ ແລະປົກປັກຮັກສາສິດທິມະນຸດ.

ຕາມລາຍການ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຈະມີບົດກ່າວປາໄສສໍາຄັນທີ່ວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫຍ່ ສປຊ ສະໄໝທີ 76 ໃນຕອນບ່າຍວັນທີ 22 ກັນຍາ ຕາມເວລາທ້ອງຖິ່ນ, ໃນນັ້ນສະເໜີມາດຕະການທີ່ມີລັກສະນະສັງລວມ, ຮອບດ້ານ, ຍາວນານທີ່ມີຕໍ່ບັນຫາສາກົນທີ່ຮີບດ່ວນໃນປະຈຸບັນເພື່ອແນໃສ່ປະກອບສ່ວນຮັກສາສັນຕິພາບ ແລະຄວາມໝັ້ນຄົງໃນໂລກ, ຊຸກຍູ້ການພັດທະນາແບບຍືນຍົງ ແລະກວມລວມໃນທົ່ວໂລກ.

ໂດຍ: ຈາງຫງວຽນ