ທ່ານ ຫງວຽນຊວນຟຸກ ແລະທ່ານ Miguel Diaz-Canel ໄດ້ແຈ້ງໃຫ້ກັນຮັບຊາບສະພາບການຂອງແຕ່ລະປະເທດໃນໄລຍະມໍ່ໆມານີ້, ສຸມໃສ່ແລກປ່ຽນກ່ຽວກັບທິດທາງ ແລະມາດຕະການເພື່ອແນໃສ່ສືບຕໍ່ເພີ່ມທະວີການພົວພັນສາມັກຄີຖານອ້າຍນ້ອງ, ການຮ່ວມມືຮອບດ້ານລະຫວ່າງພັກ, ລັດ ແລະປະຊາຊົນສອງປະເທດຫວຽດນາມ ແລະກູບາ, ພິເສດແມ່ນໃນຂົງເຂດຜະລິດເຄື່ອງໃຊ້ສອຍ, ຜະລິດສະບ່ຽງອາຫານ, ສິນໃນນ້ຳ ແລະພະລັງງານທົດແທນ ກໍ່ຄືແລກປ່ຽນບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

leftcenterrightdel
ຜູ້ແທນເຂົ້າຮ່ວມການເຈລະຈາ. ພາບ: ສຳນັກຂ່າວສານຫວຽດນາມ.

ການນຳສອງທ່ານສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນຮ່ວມມືມິດຕະພາບແບບພິເສດໃນໄລຍະຜ່ານມາສືບຕໍ່ບັນລຸໄດ້ບາດກ້າວພັດທະນາໃໝ່ ແລະຕັ້ງໜ້າໃນທຸກຂົງເຂດ. ການພົວພັນດ້ານການເມືອງ-ການພົວພັນຕ່າງປະເທດທີ່ດີງາມ, ຄວາມສາມັກຄີສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດສືບຕໍ່ພັດທະນາຢ່າງແຮງ, ຮັກສາການເຈລະຈາດ້ານການເມືອງຢູ່ລະດັບສູງສຸດກໍ່ຄືການເຄື່ອນໄຫວທາງການທູດສະພາແຫ່ງຊາດ, ການທູດປະຊາຊົນຢ່າງແຮງ, ເປັນປະຈຳ ແລະມີໄຫວພິບ. ການພົວພັນເສດຖະກິດ-ການຄ້າ-ການລົງທຶນສືບຕໍ່ໄດ້ຮັກສາ ແລະເປີດກວ້າງໃນບາງຂົງເຂດ, ບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກຍ້ອນຜົນກະທົບຈາກພະຍາດໂຄວິດ-19.

leftcenterrightdel
ຜູ້ແທນເຂົ້າຮ່ວມການເຈລະຈາ. ພາບ: ສຳນັກຂ່າວສານຫວຽດນາມ.

ສອງຝ່າຍຕີລາຄາສູງເລື່ອງສອງປະເທດຮັກສາການຮ່ວມມືຢ່າງແໜ້ນແຟ້ນ ແລະສະໜັບສະໜູນກັນຢູ່ອົງການຈັດຕັ້ງສາກົນ ແລະເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ ແລະຂະບວນການບໍ່ຮ່ວມກຸ່ມເພື່ອປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳ ກໍ່ຄືຍົກສູງອິດທິພົນຊື່ສຽງ ແລະຖານະບົດບາດຂອງແຕ່ລະປະເທດ; ພ້ອມທັງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຕໍ່ສູ້ລວມເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ສອງພາກພື້ນ ແລະໃນໂລກ. ແລກປ່ຽນບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍຢັ້ງຢືນສະໜັບສະໜູນຫຼັກໝັ້ນແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ແລະບົນພື້ນຖານເຄົາລົບກົດໝາຍສາກົນ.

leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: ສຳນັກຂ່າວສານຫວຽດນາມ.

ເນື່ອງໃນໂອກາດນີ້, ທ່ານ ຫງວຽນຊວນຟຸກ ຕາງໜ້າພັກ, ລັດ ແລະປະຊາຊົນຫວຽດນາມ, ແຈ້ງຂໍ້ຕົກລົງມອບເຂົ້າສານຈຳນວນ 5.000 ໂຕນ ແລະວັດຖຸອຸປະກອນການແພດໃຫ້ແກ່ປະຊາຊົນກູບາ. ບາງກະຊວງ, ຂະແໜງການ ກໍ່ມີຂອງຂວັນແທດຈິງມອບໃຫ້ກະຊວງ, ຂະແໜງການ, ຄູ່ຮ່ວມມືກູບາ, ໃນນັ້ນມີເຂົ້າສານຈຳນວນ 1.000 ໂຕນຂອງບັນດາວິສາຫະກິດຂະແໜງກໍ່ສ້າງ, ແນວພັນສາລີ 100 ໂຕນຂອງກະຊວງປ້ອງກັນປະເທດ, ວັດຖຸອຸປະກອນການແພດ, ຊອບແວຂອງກະຊວງ, ຂະແໜງການອື່ນໆ.

leftcenterrightdel
ການນຳສອງທ່ານເປັນສັກຂີພິຍານພິທີເຊັນເອກະສານຮ່ວມມືລະຫວ່າງສອງປະເທດ. ພາບ: ສຳນັກຂ່າວສານຫວຽດນາມ.

* ພາຍຫຼັງການເຈລະຈາ, ຕາງໜ້າພັກ, ລັດ ແລະປະຊາຊົນກູບາ, ທ່ານ Miguel Diaz Canel ໄດ້ປະດັບຫຼຽນໄຊ José Marti ໃຫ້ແກ່ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ເຊິ່ງແມ່ນຫຼຽນໄຊອັນສູງສົ່ງທີ່ສຸດຂອງລັດກູບາ, ເພື່ອຮັບຮູ້ການປະກອບສ່ວນຂອງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ທີ່ມີຕໍ່ການພົວພັນສາມັກຄີ, ມິດຕະພາບ ແລະການຮ່ວມມືລະຫວ່າງພັກ, ລັດ ແລະປະຊາຊົນສອງປະເທດ.

leftcenterrightdel
ທ່ານ Miguel Diaz Canel Bermudez ປະທານປະເທດກູບາ ປະດັບຫຼຽນໄຊ Jose Marti ໃຫ້ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

* ໃນຂອບເຂດການຢ້ຽມຢາມ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມຂອງສອງປະເທດເນື່ອງໃນໂອກາດການຢ້ຽມຢາມກູບາ ຢ່າງເປັນທາງການຂອງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ.

ໂດຍ: ແສງເດືອນ