leftcenterrightdel
ບັນຍາກາດພິທີໄວ້ອາໄລສະຫາຍພົນເອກ ຟຸ່ງກວາງແທງ, ອະດີດກໍາມະການກົມການເມືອງ, ອະດີດຮອງເລຂາຄະນະພັກການທະຫານສູນກາງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ. ພາບ: qdnd.vn
leftcenterrightdel
ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ ເຂົ້າໄວ້ອາໄລສະຫາຍພົນເອກ ຟຸ່ງກວາງແທງ. ພາບ: qdnd.vn

leftcenterrightdel
ຄະນະຜູ້ແທນປະທານປະເທດ ແຫ່ງ ສສ ຫວຽດນາມ ນໍາໂດຍສະຫາຍ ຫງວຽນຊວນຟຸກ ກໍາມະການກົມການເມືອງ, ປະທານປະເທດ ເຂົ້າໄວ້ອາໄລ. ພາບ: qdnd.vn

ດ້ວຍຄວາມອາໄລອາວອນ ແລະໂສກເສົ້າເສຍດາຍຢ່າງສຸດຊຶ້ງຕໍ່ສະຫາຍ, ບັນດາຄະນະຜູ້ແທນໄດ້ເຂົ້າໄວ້ອາໄລສະຫາຍພົນເອກ ຟຸ່ງກວາງແທງ: ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະຄະນະຜູ້ແທນປະທານປະເທດ ແຫ່ງສສ ຫວຽດນາມ ນໍາໂດຍສະຫາຍ ຫງວຽນຊວນຟຸກ ກໍາມະການກົມການເມືອງ, ປະທານປະເທດ ແຫ່ງ ສສ ຫວຽດນາມ; ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສົ່ງພວງມາລາມາໄວ້ອາໄລ; ເຂົ້າຮ່ວມຄະນະໄວ້ອາໄລມີອະດີດເລຂາທິການໃຫຍ່ ນົງດຶກແມ້ງ, ອະດີດປະທານສະພາແຫ່ງຊາດ ທ່ານ ຫງວຽນຊິງຮຸ່ງ, ອະດີດປະທານສະພາແຫ່ງຊາດ ທ່ານນາງ ຫງວຽນທິກິມເງິນ.

leftcenterrightdel
ຄະນະຜູ້ແທນສະພາແຫ່ງຊາດນໍາໂດຍສະຫາຍ ເວືອງດິ່ງເຫວ້ ກໍາມະການກົມການເມືອງ, ປະທານສະພາແຫ່ງຊາດຫວຽດນາມ  ເຂົ້າໄວ້ອາໄລ. ພາບ: qdnd.vn

leftcenterrightdel
ຄະນະຜູ້ແທນລັດຖະບານ ນໍາໂດຍສະຫາຍ ຟ້າມມິງຈີ໊ງ ກໍາມະການກົມການເມືອງ, ນາຍົກລັດຖະມົນຕີ ເຂົ້າໄວ້ອາໄລ. ພາບ: qdnd.vn

ຄະນະຜູ້ແທນສະພາແຫ່ງຊາດ ນໍາໂດຍສະຫາຍ ເວືອງດິ່ງເຫວ້ ກໍາມະການກົມການເມືອງ, ປະທານສະພາແຫ່ງຊາດ. ຄະນະຜູ້ແທນລັດຖະບານ ນໍາໂດຍສະຫາຍ ຟ້າມມິງຈີ໊ງ ກໍາມະການກົມການເມືອງ, ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ. ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ນໍາໂດຍສະຫາຍ ເລຕ໊ຽນເຈົາ ຮອງປະທານ, ເລຂາທິການໃຫຍ່ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ.

ທີ່ພິທີໄວ້ອາໄລສະຫາຍພົນເອກ ຟຸ່ງກວາງແທງ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ຂຽນໃສ່ປຶ້ມໄວ້ອາໄລວ່າ: “ດ້ວຍອາຍຸພັກ 53 ກວ່າປີ, ສະຫາຍພົນເອກ ຟຸ່ງກວາງແທງ ໄດ້ອຸທິດຕະຫຼອດຊີວິດຂອງຕົນແກ່ພາລະກິດການປະຕິວັດຂອງພັກ, ຂອງຊາດ. ສະຫາຍ ເປັນແບບຢ່າງທະຫານລຸງໂຮ່ ທີ່ດີເດັ່ນ; ເປັນນັກຮົບກອມມູນິດທີ່ຈົ່ງຮັກພັກດີ, ເປັນແບບຢ່າງ; ເປັນຜູ້ບັນຊາທີ່ກ້າຫານ, ສະຫຼາດຫຼັກແຫຼມ, ພິລະອາດຫານ, ເດັດຂາດ ແລະເຕີບໃຫຍ່ໃນການສູ້ຮົບ”.

ຕາງໜ້າການນໍາພັກ, ລັດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ແບ່ງປັນຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງຄອບຄົວ ແລະຍາດຕິພີ່ນ້ອງຂອງສະຫາຍ ຟຸ່ງກວາງແທງ.

leftcenterrightdel
ຄະນະຜູ້ແທນຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ນໍາໂດຍສະຫາຍພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າໄວ້ອາໄລ. ພາບ: qdnd.vn

ຄະນະໄວ້ອາໄລຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ເຂົ້າໄວ້ອາໄລສະຫາຍ ຟຸ່ງກວາງແທງ, ນໍາໂດຍສະຫາຍພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ. ເຂົ້າຮ່ວມໄວ້ອາໄລຍັງມີບັນດາສະຫາຍອະດີດກໍາມະການກົມການເມືອງ, ອະດີດຮອງເລຂາ ຄະນະພັກການທະຫານສູນກາງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ: ພົນເອກ ຟ້າມວັນຈ່າ ແລະພົນເອກ ໂງຊວນລິກ; ພົນເອກ ເລືອງເກື່ອງ, ກໍາມະການກົມການເມືອງ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງ; ພົນໂທ ຫງວຽນເຕິນເກືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ບັນດາສະຫາຍໃນຄະນະພັກການທະຫານສູນກາງ, ການນໍາກະຊວງປ້ອງກັນປະເທດ; ການນໍາບັນດາອົງການ, ກົມກອງສັງກັດກະຊວງປ້ອງກັນປະເທດ.

leftcenterrightdel
ສະຫາຍພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ  ຖະຫວາຍທູບທຽນອາໄລຫາສະຫາຍພົນເອກ ຟຸ່ງກວາງແທງ. ພາບ: qdnd.vn

ດ້ວຍຄວາມໂສກເສົ້າເສຍດາຍຢ່າງສຸດຊຶ້ງ ແລະຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການປະກອບສ່ວນຂອງສະຫາຍພົນເອກ ຟຸ່ງກວາງແທງ ທີ່ມີຕໍ່ພາລະກິດການປະຕິວັດຂອງພັກ, ຂອງຊາດ ແລະການພັດທະນາ, ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບ, ສະຫາຍພົນເອກ ຟານວັນຢາງ ໄດ້ຂຽນໃສ່ປຶ້ມໄວ້ອາໄລ ດ້ວຍຄວາມຕື້ນຕັນໃຈວ່າ: “ໃນຕະຫຼອດຊີວິດການເຄື່ອນໄຫວ ປະຕິວັດຂອງຕົນ, ຜ່ານຫຼາຍຖານະຕໍາແໜ່ງແຕກຕ່າງກັນ, ສະຫາຍ ຍາມໃດກໍ່ມານະພະຍາຍາມສູ້ຊົນ, ຜ່ານຜ່າຄວາມຫຍຸ້ງຍາກ, ອຸປະສັກຕ່າງໆ, ຕໍ່ສູ້ຢ່າງພິລະອາດຫານ, ບັນຊາຢ່າງເດັດຂາດ, ມີໄຫວພິບ, ມີຫົວຄິດປະດິດສ້າງ. ໃນຖານະຕໍາແໜ່ງເປັນກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນ ປະເທດ, ສະຫາຍ ພ້ອມກັບໝູ່ຄະນະ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ເປັນເສນາທິການໃຫ້ພັກ, ລັດ ວາງແຜນກໍານົດແນວທາງ, ນໍາພາໜ້າທີ່ການທະຫານ, ການປ້ອງກັນຊາດ, ກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ ຢ່າງໝັ້ນແກ່ນ, ກໍ່ສ້າງອົງຄະນະພັກກອງທັບ ໃຫ້ປອດໃສໝັ້ນຄົງເຂັ້ມແຂງ, ສ້າງກອງທັບປະຊາຊົນປະຕິວັດ, ເປັນ ກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ຍົກສູງຄຸນນະພາບ ສັງລວມ, ກໍາລັງແຮງສູ້ຮົບ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ເພື່ອສ້າງສາ ແລະປົກປັກຮັກສາປະເທດຊາດ.

ພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ຈະຈາລຶກຄຸນງາມຄວາມດີຂອງສະຫາຍ ຕະຫຼອດໄປ, ຈະສາມັກຄີເປັນຈິດໜຶ່ງໃຈດຽວ, ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະປະຊາຊົນ, ມານະພະຍາຍາມສູ້ຊົນກໍ່ສ້າງກອງທັບປະຊາຊົນຫວຽດນາມ ປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ຕັດສິນໃຈປົກປັກຮັກສາປະເທດຊາດຫວຽດນາມ  ສັງຄົມນິຍົມ ໄວ້ຢ່າງໝັ້ນແກ່ນ”.

ມາໄວ້ອາໄລສະຫາຍພົນເອກ ຟຸ່ງກວາງແທງ ຍັງມີຄະນະຜູ້ແທນບັນດາຄະນະ, ກະຊວງ, ຂະແໜງການສູນກາງ ແລະທ້ອງຖິ່ນ; ພະນັກງານ, ນັກຮົບບັນດາກໍາລັງປະກອບອາວຸດ; ຄະນະຜູ້ແທນສາກົນ.

ເວລາ 12 ໂມງ 30 ນາທີ, ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ດໍາເນີນພິທີເຄົາລົບສົບສະຫາຍພົນເອກ ຟຸ່ງກວາງແທງ, ອະດີດກໍາມະການກົມການເມືອງ, ອະດີດຮອງເລຂາຄະນະພັກການທະຫານສູນກາງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ.

leftcenterrightdel
ສະຫາຍ ຟ້າມບິ່ງມິງ, ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ, ຫົວໜ້າຄະນະຈັດຕັ້ງງານສົບ, ກ່າວຄໍາສະດຸດີ. ພາບ: qdnd.vn

ໃນບັນຍາກາດທີ່ເຄັ່ງຂຶມ, ຕື້ນຕັນໃຈ, ສະຫາຍ ຟ້າມບິ່ງມິງ, ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ, ຫົວໜ້າຄະນະຈັດຕັ້ງງານສົບ, ໄດ້ກ່າວຄໍາສະດຸດີ ໂດຍໄດ້ຍົກໃຫ້ເຫັນຜົນງານ, ການປະກອບສ່ວນ, ການອຸທິດຂອງສະຫາຍພົນເອກ ຟຸ່ງກວາງແທງ ທີ່ມີຕໍ່ພາລະກິດການປະຕິວັດອັນສະຫງ່າລາສີຂອງພັກ, ຂອງຊາດ ແລະພາລະກິດແຫ່ງການກໍ່ສ້າງກອງທັບປະຊາຊົນຫວຽດນາມ.

ພາຍຫຼັງສຳເລັດພິທີເຄົາລົບສົບ, ພິທີປົງສົບສະຫາຍພົນເອກ ຟຸ່ງກວາງແທງ ໄດ້ດໍາເນີນໃນເວລາ 15 ໂມງ 30 ນາທີຂອງວັນດຽວກັນ ຢູ່ສຸສານຕາແສງ ແທັກດາ, ເມືອງເມລິງ, ນະຄອນຮ່າໂນ້ຍ.

ໂດຍ: ໄຊຊະນະ