ທ່ານ ຟ້າມມິງຈິ໊ງ ຕີລາຄາສູງ ແລະຢັ້ງຢືນວ່າ ຈະສ້າງເງື່ອນໄຂເພື່ອໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍສືບຕໍ່ພັດທະນາຢ່າງແທດຈິງ, ມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການພົວພັນສອງປະເທດໃຫ້ສືບຕໍ່ເຂົ້າສູ່ລວງເລິກ. ທ່ານ ຟ້າມມິງຈິ໊ງ ຢັ້ງຢືນວ່າ ພັກ, ລັດ, ລັດຖະບານ ແລະປະຊາຊົນຫວຽດນາມ ຖື ຍີ່ປຸ່ນ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ, ມີຄວາມໄວ້ເນື້ອເຊື່ອໃຈສູງໃນນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ. ຫວຽດນາມ ຊົມເຊີຍການປະກອບສ່ວນຢ່າງຕັ້ງໜ້າຂອງຍີ່ປຸ່ນ ແລະສະໜັບສະໜູນ ຍີ່ປຸ່ນ ນັບມື້ນັບມີບົດບາດໃຫຍ່ກວ່າໃນການຮັກສາສັນຕິພາບ, ສະຖຽນລະພາບ, ພັດທະນາຢູ່ພາກພື້ນກໍ່ຄືໃນໂລກ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Kishi Nobuo ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ຟ້າມມິງຈິ໊ງ ແລະທ່ານ Kishi Nobuo ຕີລາຄາສູງໝາກຜົນທີ່ບັນລຸໄດ້ໃນການພົວພັນຮ່ວມມືລະຫວ່າງສອງປະເທດໃນຂົງເຂດຕ່າງໆ, ຄື: ການເມືອງ, ການພົວພັນຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ-ກໍ່ສ້າງ...; ທ່ານຢັ້ງຢືນວ່າຈະສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງຫວຽດນາມ-ຍີ່ປຸ່ນ ໃຫ້ພັດທະນາຢ່າງປອດໃສ, ໝັ້ນຄົງ, ຍືນຍົງ ແລະຍາວນານ, ເພື່ອຄວາມວັດທະນາຖາວອນ ແລະພັດທະນາຂອງແຕ່ລະປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ພັດທະນາຢູ່ພາກພື້ນ ແລະໃນໂລກ.

ກໍ່ທີ່ການຕ້ອນຮັບ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນຫາສາກົນ ແລະພາກພື້ນ. ກ່ຽວກັບບັນຫາຢູ່ທະເລ, ໃນນັ້ນມີທະເລຕາເວັນອອກ, ທະເລຮວາຕຸງ, ທ່ານ ຟ້າມມິງຈິ໊ງ ຢັ້ງຢືນວ່າ ທັດສະນະຂອງຫວຽດນາມ ແມ່ນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນ, ແກ້ໄຂການຂັດແຍ້ງກັນ, ຄວາມບໍ່ລົງລອຍຢູ່ທະເລໂດຍສັນຕິວິທີຜ່ານວິວັດທະນາການການທູດບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນ້ັນມີ UNCLOS 1982, ປົກປ້ອງຜົນປະໂຫຍດອັນຊອບທຳ ແລະຖືກຕ້ອງຕາມກົດໝາຍຂອງແຕ່ລະປະເທດ. ສຳລັບບັນຫາພາກພື້ນອື່ນ, ຫວຽດນາມ ສະໜັບສະໜູນວິວັດທະນາການສັນຕິພາບ ແລະປອດນິວເຄຼຍຢູ່ແຫຼມເກົາຫຼີ, ປະຕິບັດບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງເຂັ້ມງວດ. ທ່ານ Kishi Nobuo ຢັ້ງຢືນວ່າ ຈະສະໜັບສະໜູນຄວາມມານະພະຍາຍາມຂອງອາຊຽນ ກ່ຽວກັບບັນຫາມຽນມາ, ໃນນັ້ນມີການຜັນຂະຫຍາຍປະຕິບັດຂໍ້ຕົກລົງ 5 ຂໍ້ທີ່ການນຳຂັ້ນສູງອາຊຽນ ໄດ້ຮັບຮອງເອົາເພື່ອຢຸດຕິການໃຊ້ຄວາມຮຸນແຮງ, ນຳມາເຊິ່ງສັນຕິພາບ, ສະຖຽນລະພາບ ແລະຊີວິດການເປັນຢູ່ທີ່ປອດໄພໃຫ້ແກ່ປະຊາຊົນ.

ໂດຍ: ສົມເພັດ