ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຢັ້ງຢືນນໍ້າໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ-ຈີນ ແມ່ນຊັບສົມບັດອັນລໍ້າຄ່າຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ. ຫວຽດນາມ ຖືເປັນສໍາຄັນການພັດທະນາການພົວພັນກັບ ຈີນ, ຖືນີ້ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ, ເປັນເພື່ອນທີ່ດີ, ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ສະແດງຄວາມເຊື່ອໝັ້ນວ່າ ສອງຝ່າຍຈະສົມທົບກັນປະຕິບັດຄວາມຮັບຮູ້ລວມ ແລະຂໍ້ຕົກລົງທີ່ບັນລຸໄດ້ຢູ່ທີ່ວາລະປະຊຸມຄັ້ງທີ 13 ຄະນະກໍາມະການຊີ້ນໍາການຮ່ວມມືສອງຝ່າຍ ຫວຽດນາມ-ຈີນ ໃຫ້ມີປະສິທິຜົນ; ສືບຕໍ່ຮັກສາການພົບປະແລກປ່ຽນລະຫວ່າງການນໍາຂັ້ນສູງເປັນປະຈໍາ, ຊຸກຍູ້ກົນໄກພົບປະແລກປ່ຽນ, ການຮ່ວມມືກວ່າອີກ ເພື່ອເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ປະກອບສ່ວນນໍາການພົວພັນລະຫວ່າງສອງພັກ, ສອງລັດ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.

ກ່ຽວກັບການຮ່ວມມືປ້ອງກັນ, ຕ້ານພະຍາດໂຄວິດ-19, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຕີລາຄາສູງເລື່ອງສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຕັ້ງໜ້າ, ສະໜັບສະໜູນເຊິ່ງກັນ ແລະກັນນັບຕັ້ງແຕ່ພະຍາດໂຄວິດ-19 ຫາກໍ່ແຜ່ລະບາດ; ຂອບໃຈ ຈີນ ທີ່ໄດ້ມີຫຼາຍຮູບການໜູນຊ່ວຍວັກຊິນໃຫ້ແກ່ຫວຽດນາມ, ພິເສດແມ່ນເລື່ອງສືບຕໍ່ໜູນຊ່ວຍວັກຊິນ 3 ລ້ານໂດສ ເຊິ່ງໄດ້ປະກາດໃນການຢ້ຽມຢາມຄັ້ງນີ້ຂອງ ທ່ານ ຫວັງອີ້.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຕ້ອນຮັບທ່ານ ຫວັງອີ້ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ. ພາບ: ສໍານັກຂ່າວສານຫວຽດນາມ. 

ທ່ານນາຍົກລັດຖະມົນຕີ ຫວັງວ່າ ຈີນ ຈະສືບຕໍ່ໜູນຊ່ວຍວັກຊິນຕື່ມອີກ, ຖ່າຍທອດເຕັກໂນໂລຢີຜະລິດວັກຊິນ ແລະຢາປິ່ນປົວພະຍາດໂຄວິດ-19, ປະຕິບັດບັນດາສັນຍາຊື້ຂາຍວັກຊິນ ເພື່ອຕອບສະໜອງຄວາມຕ້ອງການຂອງຫວຽດນາມ, ໂດຍສະເພາະແມ່ນໃນເດືອນກັນຍາ ແລະເດືອນຕຸລາ ຂອງປີນີ້; ແບ່ງປັນບົດຮຽນໃນການປິ່ນປົວ, ສົມທົບກັນຄວບຄຸມເຊື້ອພະຍາດຢູ່ເຂດຊາຍແດນ.

ກ່ຽວກັບບັນຫາທະເລຕາເວັນອອກ, ບົນຈິດໃຈກົງໄປກົງມາ ແລະສ້າງສັນ, ທ່ານ ຟ້າມມິງຈີ໊ງ ເນັ້ນໜັກວ່າ ສອງຝ່າຍຕ້ອງຊີ້ນໍາບັນດາກໍາລັງປະຕິບັດກົດໝາຍບົນທະເລປະຕິບັດຄວາມຮັບຮູ້ລວມຂັ້ນສູງ, ຂໍ້ຕົກລົງວ່າດ້ວຍບັນດາຫຼັກການພື້ນຖານກ່ຽວກັບການຊີ້ນໍາແກ້ໄຂບັນຫາບົນທະເລ ຫວຽດນາມ-ຈີນ, ມານະພະຍາຍາຍາມແກ້ໄຂຢ່າງສົມເຫດສົມຜົນ, ຄວບຄຸມຄວາມບໍ່ລົງລອຍກັນໃຫ້ເປັນຢ່າງດີ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບບົນທະເລ; ພ້ອມກັບບັນດາປະເທດອາຊຽນ ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ຊຸກຍູ້ການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີເນື້ອແທ້, ມີປະສິດທິຜົນ, ເຄົາລົບກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS)  ປີ 1982, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນ.

ສ່ວນທ່ານ ຫວັງອີ້ ຢັ້ງຢືນວ່າ ພັກ, ລັດ ແລະປະຊາຊົນຈີນ ຖືການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານກັບພັກ, ລັດ ແລະປະຊາຊົນຫວຽດນາມ ເປັນສໍາຄັນທີ່ສຸດ; ຂອບໃຈຫວຽດນາມ ທີ່ໄດ້ສະໜັບສະໜູນ, ໜູນຊ່ວຍຈີນ ນັບຕັ້ງແຕ່ພະຍາດໂຄວິດ-19 ຫາກໍ່ແຜ່ລະບາດ, ພ້ອມທັງເນັ້ນໜັກວ່າ ຈີນ ພ້ອມແລ້ວທີ່ຈະສືບຕໍ່ໜູນຊ່ວຍ, ຊ່ວຍເຫຼືອຫວຽດນາມ ໃນໄລຍະປັດຈຸບັນ, ຖືຄວາມຫຍຸ້ງຍາກຂອງຫວຽດນາມ ກໍ່ແມ່ນຄວາມຫຍຸ້ງຍາກຂອງ ຈີນ.

ທ່ານ ຫວັງອີ້ ຢັ້ງຢືນຕື່ມອີກວ່າ ຝ່າຍ ຈີນ ຈະຜັນຂະຫຍາຍບັນດາໝາກຜົນຂອງວາລະປະຊຸມຄັ້ງທີ 13 ຄະນະຊີ້ນໍາການຮ່ວມມືສອງຝ່າຍໃຫ້ເປັນຢ່າງດີ; ຊຸກຍູ້ ແລະເຮັດໃຫ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນທຸກຂົງເຂດລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ; ປະຕິບັດຄວາມຮັບຮູ້ລວມຂັ້ນສູງກ່ຽວກັບການຄວບຄຸມ  ແລະແກ້ໄຂຄວາມບໍ່ລົງລອຍກັນຢ່າງສົມເຫດສົມຜົນ, ນໍາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ-ຫວຽດນາມ ໃຫ້ພັດທະນາປອດໄສ, ເປັນປົກກະຕິຢ່າງບໍ່ຢຸດຢັ້ງ, ນໍາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນສອງປະເທດ.

* ວັນທີ 11 ກັນຍາ, ທີ່ຮ່າໂນ້ຍ, ທ່ານ ບຸ່ຍແທງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ພົບປະເຈລະຈາກັບທ່ານ ຫວັງອີ້ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ.

ທີ່ການພົບປະເຈລະຈາ, ສອງຝ່າຍຕີລາຄາສູງບາດກ້າວພັດທະນາໃນການພົວພັນສອງປະເທດ ໃນໄລຍະຜ່ານມາ; ສອງຝ່າຍເຫັນດີຖືວ່າ ສະພາບສາກົນຍັງສັບສົນ ແລະປ່ຽນແປງຢ່າງເລິກເຊິ່ງໃນປັດຈຸບັນ, ເລື່ອງຫວຽດນາມ ແລະຈີນ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະການຮ່ວມມືຮອບດ້ານແມ່ນສອດຄ່ອງກັບຜົນປະໂຫຍດພື້ນຖານ ແລະຍາວນານຂອງປະຊາຊົນສອງປະເທດ. ສອງຝ່າຍແລກປ່ຽນລົງເລິກກ່ຽວກັບມາດຕະການສົມທົບກັນຢ່າງລະອຽດໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ຮັບປະກັນຮັກສາການເຄື່ອນໄຫວແລກປ່ຽນການຄ້າ, ການຮ່ວມມືດ້ານເສດຖະກິດ. 

leftcenterrightdel
ທ່ານ ບຸ່ຍແທງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພົບປະເຈລະຈາກັບທ່ານ ຫວັງອີ້ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍແລກປ່ຽນຄໍາເຫັນຢ່າງເປີດອົກເປີດໃຈ, ກົງໄປກົງມາກ່ຽວກັບບັນຫາຊາຍແດນຜືນແຜ່ນດິນ; ສະເໜີບັນດາມາດຕະການລະອຽດເພື່ອແນໃສ່ສົມທົບກັນຄຸ້ມຄອງຊາຍແດນເທິງບົກໃຫ້ດີ ບົນພື້ນຖານປະຕິບັດບັນດາສັນຍາ ແລະ ເອກະສານນິຕິກໍາກ່ຽວກັບຊາຍແດນຢ່າງເຂັ້ມງວດ, ໂດຍສະເພາະແມ່ນຮັກສາການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາກົນໄກຂອງຄະນະກໍາມະການປະສົມຊາຍແດນເທິງບົກ ແລະບັນດາທ້ອງຖິ່ນສອງຝ່າຍ ເພື່ອແລກປ່ຽນ, ແກ້ໄຂບັນຫາເກີດຂຶ້ນຢ່າງທັນການ.

ລັດຖະມົນຕີສອງທ່ານ ເຫັນດີສືບຕໍ່ປະຕິບັດຄວາມຮັບຮູ້ລວມຂັ້ນສູງຢ່າງເຂັ້ມງວດ, ຄວບຄຸມຄວາມບໍ່ລົງລອຍກັນບົນທະເລ, ພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ; ພ້ອມກັບບັນດາປະເທດອາຊຽນ ຊຸກຍູ້ການເຈລະຈາເພື່ອບັນລຸໄດ້ COC ໃຫ້ມີປະສິດທິພາບ, ປະສິດທິຜົນ, ມີເນື້ອແທ້, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982  ໂດຍໄວ.

ໂດຍ: ໄຊຊະນະ