leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ກ່າວຄໍາເຫັນທີ່ວາລະປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ ແຜນຮ່າງແມ່ນບົດປະພັນວິທະຍາສາດທີ່ມີລັກສະນະພຶດຕິກຳຕົວຈິງຢູ່ຫວຽດນາມ, ສ່ອງແສງແນວທາງ, ໂຄງການການເມືອງ ແລະລັດຖະທຳມະນູນ 2013, ໃນນັ້ນເນັ້ນໜັກເຖິງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ໃນໄລຍະຍາວຮອດປີ 2030, ວິໄສທັດຮອດປີ 2045. ຍ້ອນເຫດນັ້ນ, ບັນດາເນື້ອໃນຕ້ອງຮັບປະກັນລັກສະນະການເມືອງ, ທິດສະດີ ແລະພຶດຕິກຳຕົວຈິງ. ທ່ານປະທານປະເທດ ຮຽກຮ້ອງວ່າ: “ການຄົ້ນຄວ້າສ້າງບັນດາຫົວເລື່ອງສະເພາະຕ້ອງຖືເອົາລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ ເປັນພື້ນຖານໃຫ້ແກ່ແນວຄິດ, ໃກ້ຊິດຕິດແທດກັບບັນດາທັດສະນະແຜນນະໂຍບາຍຂອງພັກ, ລັດຖະທຳມະນູນ ແລະກົດໝາຍຂອງລັດກ່ຽວກັບການສ້າງ ແລະປັບປຸງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ໃຫ້ສົມບູນແບບ; ສືບທອດບັນດາຜົນງານທີ່ບັນລຸໄດ້ໃນການສ້າງ ແລະປັບປຸງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ໃຫ້ສົມບູນແບບ ເຊິ່ງພວກເຮົາໄດ້ປະສົບຜົນສຳເລັດຫຼາຍຢ່າງ. ລັດຫວຽດນາມ ໂດຍປະຊາຊົນ, ເພື່ອປະຊາຊົນ, ເປົ້າໝາຍສູງສຸດຂອງລັດແມ່ນເພື່ອປະຊາຊົນ. ສະນັ້ນ, ການຄົ້ນຄວ້າພື້ນຖານທີ່ມີຢູ່ແລ້ວຕ້ອງຍົກສູງຂຶ້ນລະດັບສູງໃໝ່ໃຫ້ຕິດແທດກັບສະພາບຕົວຈິງໃນປະຈຸບັນ ເພື່ອເບິ່ງແຍງດູແລໃຫ້ແກ່ປະຊາຊົນເປັນຢ່າງດີກວ່າ”.

ຕາມທ່ານປະທານປະເທດ ແລ້ວ ບັນດາຫົວເລື່ອງສະເພາະຕ້ອງມີມາດຕະການສໍາຜັດຢ່າງມີວິທະຍາສາດ, ເປັນລະບົບ, ຄົບຊຸດ, ຮອບດ້ານ, ມີຈິນຕະນາການປ່ຽນແປງໃໝ່, ບຸກທະລຸ, ມີວິໄສທັດຍາວນານ, ສອດຄ່ອງກັບສະພາບພຶດຕິກຳຕົວຈິງຂອງຫວຽດນາມ ແລະສະພາບການສາກົນ, ໃນນັ້ນມີຜົນກະທົບຂອງການປະຕິວັດອຸດສາຫະກໍາ ຄັ້ງທີ 4. ພ້ອມກັນນັ້ນ, ວຽກງານຄົ້ນຄວ້າຄວນສືບທອດຜົນການຄົ້ນຄວ້າທິດສະດີ, ພຶດຕິກໍາຕົວຈິງກ່ຽວກັບການສ້າງ ແລະປັບປຸງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ໃຫ້ສົມບູນແບບ.

ໂດຍ: ທະນາພອນ