leftcenterrightdel
ທ່ານ ບຸ່ຍແທງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ສ.ເກົາຫຼີ ຄັ້ງທີ 11 ແບບທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ບຸ່ຍແທງເຊີນ ເນັ້ນໜັກເຖິງບູລິມະສິດຫຼັກຂອງຂອບການຮ່ວມມືແມ່ນໍ້າຂອງ-ສ.ເກົາຫຼີ ໃນໄລຍະຈະມາເຖິງແມ່ນການໜູນຊ່ວຍບັນດາປະເທດສະມາຊິກຜ່ານຜ່າໄລຍະຫຍຸ້ງຍາກໃນປັດຈຸບັນ. ຕາມນັ້ນແລ້ວ, ທ່ານລັດຖະມົນຕີ ບຸ່ຍແທງເຊີນ ສະເໜີ 4 ເນື້ອໃນຫຼັກລວມມີ: ການຄວບຄຸມໂລກລະບາດຜ່ານການຮັບປະກັນໃຫ້ບັນດາປະເທດໄດ້ເຂົ້າເຖິງວັກຊິນຢ່າງທັນການ, ຄົບຖ້ວນ ແລະທ່ຽງທໍາ; ແບ່ງປັນປະສົບການ ແລະຖ່າຍທອດເຕັກໂນໂລຢີໜູນຊ່ວຍບັນດາປະເທດແມ່ນໍ້າຂອງຜະລິດວັກຊິນຢູ່ພາຍໃນປະເທດ; ການຮ່ວມມືດ້ານການຫັນປ່ຽນດີຈີຕອນ ແລະກໍ່ສ້າງເສດຖະກິດດີຈີຕອນ, ພິເສດແມ່ນຈັດຕັ້ງ “ເວທີປາໄສດີຈີຕອນ ແລະສີຂຽວ ແມ່ນໍ້າຂອງ-ສ.ເກົາຫຼີ” ແລະກໍ່ສ້າງປະຕູຖານຂໍ້ມູນ SMEs ແມ່ນໍ້າຂອງ-ສ.ເກົາຫຼີ ເພື່ອແນໃສ່ໜູນຊ່ວຍວິສາຫະກິດແມ່ນໍ້າຂອງ ແລະສ.ເກົາຫຼີ ເຊື່ອມຕໍ່, ເຂົ້າເຖິງຂໍ້ມູນຂ່າວສານ, ຍົກສູງທັກສະດີຈີຕອນ; ຍົກສູງຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະເພີ່ມທະວີການຮ່ວມມືຄຸ້ມຄອງ, ນໍາໃຊ້ແຫຼ່ງນໍ້າແມ່ນໍ້າຂອງແບບຍືນຍົງ; ເພີ່ມທະວີການຮ່ວມມືດ້ານການສຶກສາ-ກໍ່ສ້າງ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

ສິ້ນສຸດກອງປະຊຸມ, ບັນດາລັດຖະມົນຕີໄດ້ຮັບຮອງເອົາຖະແຫຼງການປະທານຮ່ວມ ແລະເຫັນດີສົມທົບກັນຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງສໍາເລັດກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ສ.ເກົາຫຼີ ຄັ້ງທີ 3 ໃນເດືອນຕຸລາ 2021. 

ໂດຍ: ໄຊຊະນະ