leftcenterrightdel
ທ່ານ Ignazio Cassis ຮອງປະທານາທິບໍດີ ທັງເປັນລັດຖະມົນຕີຕ່າງປະເທດສະວິດ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Ivo Sieber ເອກອັກຄະລັດຖະທູດ ສະວິດ ປະຈຳ ຫວຽດນາມ ຢັ້ງຢືນວ່າ ການຢ້ຽມຢາມຄັ້ງນີ້ຂອງທ່ານຮອງປະທານາທິບໍດີ Ignazio Cassis ທີ່ຈະດຳເນີນໃນລະຫວ່າງວັນທີ 4 – 6 ສິງຫາ, ບໍ່ພຽງແຕ່ເປັນການຮັດແໜ້ນສາຍພົວພັນທີ່ໝັ້ນແກ່ນ ແລະຍາວນານໃຫ້ເລິກເຊິ່ງຕື່ມອີກເທົ່ານັ້ັ້ນ, ຫາກຍັງຍົກໃຫ້ເຫັນຄວາມສາມັກຄີໄມຕີຈິດມິດຕະພາບລະຫວ່າງສະວິດ - ຫວຽດນາມ ອີກດ້ວຍ, ພິເສດ ແມ່ນໃນໄລຍະທີ່ເຕັມໄປດ້ວຍສິ່ງທ້າທາຍນາໆປະການຄືໃນປັດຈຸບັນ. ທ່ານ ເອກອັກຄະລັດຖະທູດ Ivo Sieber ກໍ່ເນັ້ນໜັກວ່າ ສາຍພົວພັນຄູ່ຮ່ວມມືລະຫວ່າງ ສະວິດ ແລະຫວຽດນາມ ພວມດຳເນີນໄປຢ່າງຈົບງາມ ແລະຈະສືບຕໍ່ພັດທະນາຄືແນວນັ້ນໃນໄລຍະຟື້ນຟູຫຼັງພະຍາດໂຄວິດ-19. ຜົນງານທີ່ສອງປະເທດໄດ້ພ້ອມກັນເພີ່ມພູນຄູນສ້າງ ແລະບັນລຸໄດ້ນັ້ນແມ່ນພື້ນຖານອັນໝັ້ນແກ່ນໃຫ້ແກ່ສາຍພົວພັນຄູ່ຮ່ວມມືແບບຍືນຍົງ ແລະແໜ້ນແຟ້ນກວ່າໃນອະນາຄົດ.

ສະວິດແມ່ນໜຶ່ງໃນບັນດາປະເທດຕາເວັນຕົກທຳອິດທີ່ສ້າງຕັ້ງສາຍພົວພັນທາງການທູດກັບຫວຽດນາມ ໃນວັນທີ 11 ຕຸລາ 1971.

ໂດຍ: ທະນາພອນ