ໃນສານ, ທ່ານນາຍົກລັດຖະມົນຕີ Hun Sen ຢືນຢັນວ່າ ເລື່ອງທ່ານ ຟ້າມມີງຈິ໊ງ ສືບຕໍ່ໄດ້ສະພາແຫ່ງຊາດ ຊຸດທີ XV ເລືອກຕັ້ງໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ອາຍຸການ 2021-2026 ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈສູງຂອງພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ມີຕໍ່ການອຸທິດສ່ວນຂອງນາຍົກລັດຖະມົນຕີ ເພື່ອປະເທດຫວຽດນາມ ຈະເລີນຮຸ່ງເຮືອງ ແລະທັນສະໄໝພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ”.

leftcenterrightdel
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ປະຕິບັດພິທີສາບານຕົວດໍາລົງຕຳແໜ່ງ. ພາບ: ຈ້ອງຫາຍ.

ທ່ານນາຍົກລັດຖະມົນຕີ Hun Sen ສະແດງຄວາມປິຕິຊົມຊື່ຕໍ່ການພັດທະນາສາຍພົວພັນຂອງສອງປະເທດໃນໄລຍະຜ່ານມາບົນຈິດໃຈຖານບ້ານໃກ້ເຮືອນຄຽງທີ່ດີງາມ, ຄວາມສາມັກຄີ, ມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ, ທ່ານກໍ່ຢືນຢັນຄວາມປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ໃນໄລຍິຈະມາເຖິງ ເພື່ອ “ສືບຕໍ່ຊຸກຍູ້ສາຍພົວພັນຮ່ວມມືຮອບດ້ານລະຫວ່າງກໍາປູເຈຍ ແລະຫວຽດນາມ ກວ່າອີກ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການພັດທະນາແບບຍືນຍົງ ແລະຄວາມຈະເລີນຮຸ່ງເຮືອງຢູ່ພາກພື້ນ ແລະໃນໂລກ.

ໂດຍ: ທະນາພອນ