ນີ້ແມ່ນຄັ້ງທຳອິດທີ່ກະຊວງການຕ່າງປະເທດຫວຽດນາມ ຈັດກອງປະຊຸມທາງອອນລາຍ ດ້ວຍການເຂົ້າຮ່ວມຂອງເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳຢູ່ຕ່າງປະເທດ 96 ທ່ານ ເພື່ອແລກປ່ຽນກ່ຽວກັບມາດຕະການຍູ້ແຮງວຽກງານການທູດເສດຖະກິດ, ຮັບໃຊ້ການປ້ອງກັນ, ຕ້ານໂລກລະບາດ ແລະປະກອບສ່ວນປະຕິບັດເປົ້າໝາຍພັດທະນາເສດຖະກິດ - ສັງຄົມ.

leftcenterrightdel
ທ່ານ ບຸຍແທັງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ບຸຍແທັງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ ເນັ້ນໜັກວ່າ, ຈຸດພົ້ນເດັ່ນທີ່ສຸດຂອງການທູດເສດຖະກິດໃນ 6 ເດືອນຕົ້ນປີ 2021 ແມ່ນການທູດວັກຊິນ, ໄດ້ປະກອບສ່ວນເຂົ້າໃນໝາກຜົນລວມຂອງປະເທດ. ໝາກຜົນດັ່ງກ່າວມີຄວາມໝາຍສໍາຄັນໃນຫຼາຍດ້ານ, ນັບແຕ່ການພົວພັນຢູ່ພາຍໃນ, ການພົວພັນຕ່າງປະເທດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະເສດຖະກິດ-ສັງຄົມ. ທ່ານຖືວ່າ ໂລກລະບາດຈະບໍ່ສິ້ນສຸດລົງໂດຍໄວ ແຕ່ມັນກຳລັງຫັນປ່ຽນໄປສູ່ “ສະພາບປົກກະຕິໃໝ່” ດ້ວຍການຜັນແປທີ່ສັບສົນກວ່າເກົ່າ, ແຕ່ກໍ່ຕ້ອງຢັ້ງຢືນວ່າ, ເມື່ອມີວັກຊິນແລ້ວນັ້ນໂລກລະບາດ ຈະຊຸດຕົວລົງ, ສ້າງເງື່ອນໄຂສະດວກເພື່ອເປີດປະຕູພື້ນຖານເສດຖະກິດ. ຍ້ອນເຫດນັ້ນ, ໃນໄລຍະ 6 ເດືອນທ້າຍປີ ຄວນຍູ້ແຮງການທູດວັກຊິນໃນທຸກຮູບການຄື ອຸປະຖຳ, ຂາຍ ແລະຖ່າຍທອດເຕັກໂນໂລຢີ; ສືບຕໍ່ຍູ້ແຮງການເຄື່ອນໄຫວເຊື່ອມຕໍ່ກັບທ້ອງຖິ່ນ, ວິສາຫະກິດ ສົ່ງເສີມເສດຖະກິດພົວພັນຕ່າງປະເທດຮັບມືກັບສະພາບການພະຍາດໂຄວິດ-19…

ໂດຍ: ທະນາພອນ