ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ຊົມເຊີຍທ່ານ Lloyd Austin ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາ ໃນສະເພາະໜ້າ ແລະຍາວນານ. ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ ຫວຽດນາມ ສະແດງຄວາມຂອບອົກຂອບໃຈ ອາເມລິກາ ທີ່ໄດ້ໜູນຊ່ວຍຫວຽດນາມ ວັກຊິນກັນພະຍາດໂຄວິດ-19 ຈໍານວນຫຼາຍ; ພ້ອມທັງຕີລາຄາສູງຕໍ່ໝາກຜົນການພົບປະເຈລະຈາລະຫວ່າງທ່ານ Lloyd Austin ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ແລະທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ໃນນ້ັນສອງຝ່າຍໄດ້ເຫັນດີເປັນເອກະພາບຫຼາຍເນື້ອໃນຮ່ວມມືສຳຄັນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Lloyd Austin ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ. ພາບ: ຕ໊ວນຮຸຍ.

ຕີລາຄາສູງຕໍ່ການຮ່ວມມືທີ່ມີປະສິດທິຜົນຂອງກະຊວງປ້ອງກັນປະເທດສອງປະເທດ, ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກພັດທະນາການພົວພັນຮ່ວມມືກັບອາເມລິກາ ໃນທຸກຂົງເຂດເຊິ່ງທັງສອງຝ່າຍຕ່າງມີຄວາມສົນໃຈກວ່າອີກ. ຕາງໜ້າປະຊາຊົນຫວຽດນາມ, ທ່ານ ຫງວຽນຊວນຟຸກ ສະແດງຄວາມຂອບອົກຂອບໃຈຕໍ່ການໜູນຊ່ວຍອັນລ້ຳຄ່າ, ທັນການຂອງອາເມລິກາ ທີ່ສະຫງວນໃຫ້ຫວຽດນາມ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍຈາກອາເມລິກາ ໃນການເຂົ້າເຖິງວັກຊິນອື່ນໆເພື່ອຍູ້ໄວຂະບວນການສັກວັກຊິນໃຫ້ປະຊາຊົນ.

ໃນຖານະເປັນປະທານສະພາປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ, ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ກະຊວງປ້ອງກັນປະເທດສອງປະເທດເພີ່ມທະວີການຮ່ວມມືໃນທຸກຂົງເຂດທີ່ສອງຝ່າຍມີຄວາມຕ້ອງການ. ຄຽງຂ້າງນັ້ນ, ຫວຽດນາມ ປາດຖະໜາວ່າອາເມລິກາ ຈະເຮັດໃຫ້ການພົວພັນກັບອາຊຽນ ເລິກເຊິ່ງກວ່າອີກ ເພື່ອສັນຕິພາບ, ຄວາມວັດທະນາຖາວອນຢູ່ພາກພື້ນ ແລະໃນໂລກ. ເຫັນດີເຫັນພ້ອມກັບທັດສະນະນີ້, ທ່ານ Lloyd Austin ຢັ້ງຢືນວ່າ ອາເມລິກາ ຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືກັບອາຊຽນ ໃນການຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ. ອາເມລິກາ ຈະສືບຕໍ່ເຂົ້າຮ່ວມບັນດາກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນເປີດກວ້າງ (ADMM+) ແລະໃຫ້ຄໍາໝັ້ນສັນຍາສ້າງການພົວພັນຮ່ວມມືໃຫ້ເຂັ້ມແຂງ, ດີງາມກວ່າອີກກັບບັນດາປະເທດໃນພາກພື້ນ.

ແລະກໍ່ທີ່ການຕ້ອນຮັບ, ທ່ານ Lloyd Austin ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ຝ່າຍອາເມລິກາ ຈະສືບຕໍ່ຮ່ວມມືກັບຫວຽດນາມ ໃນການພັດທະນາວັກຊິນກັນພະຍາດໂຄວິດ-19; ໜູນຊ່ວຍວັດຖຸອຸປະກອນຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ ແລະຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອໜູນຊ່ວຍຫວຽດນາມ ໃນບັນຫານີ້. ທ່ານ Lloyd Austin ຢັ້ງຢືນວ່າ ອາເມລິກາ ຈະຍູ້ແຮງການຮ່ວມມືກັບຫວຽດນາມ ກວ່າອີກເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຜ່ານນັ້ນກໍ່ສ້າງ ແລະປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ.

ໂດຍ: ແສງເດືອນ