ກ່າວຄໍາເຫັນທີ່ການພົບປະສັງສັນ, ທ່ານ ຟ້າມມິງຈິ໊ງ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງທີ່ສຸດເຖິງນັກປະຕິວັດຜູ້ອາວຸໂສ, ແມ່ຫວຽດນາມວິລະຊົນ, ວິລະຊົນກໍາລັງປະກອບອາວຸດປະຊາຊົນ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ທ່ານນາຍົກລັດຖະມົນຕີ ໄດ້ຢັ້ງຢືນຄວາມຮູ້ບຸນຄຸນຕິດພັນກັບຄວາມຮັບຜິດຊອບຍາມໃດກໍ່ແມ່ນຄວາມຄິດ ແລະການກະທໍາຂອງການນໍາທຸກຂັ້ນ, ໃນໝູ່ປະຊາຊົນ ແລະນີ້ກໍ່ແມ່ນມູນເຊື້ອວັດທະນະທໍາອັນດີງາມຂອງຊາດເຮົາ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ “ໃນທົ່ວປະເທດຫວຽດນາມ ຢູ່ບ່ອນໃດກໍ່ຈົດຈໍາການເສຍສະຫຼະອັນສູງສົ່ງ ເພື່ອເອກະລາດແຫ່ງຊາດ ແລະເອກະພາບຂອງປະເທດ”.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ການພົບປະສັງສັນຜູ້ມີຄຸນງາມຄວາມດີ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ການເບິ່ງແຍງດູແລເຖິງສຸຂະພາບ, ຊີວິດທາງດ້ານວັດຖຸ ແລະຈິດໃຈໃຫ້ຜູ້ມີຄຸນງາມຄວາມດີຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ແລະແມ່ນໜ້າທີ່ດ້ານການເມືອງສໍາຄັນ, ເປັນປະຈໍາຂອງພັກ, ລັດ ແລະທົ່ວລະບົບການເມືອງ. ນະໂຍບາຍກ່ຽວກັບຜູ້ມີຄຸນງາມຄວາມດີຍາມໃດກໍ່ໄດ້ຮັບການປັບປຸງໃຫ້ສົມບູນ; ຜູ້ມີຄຸນງາມຄວາມດີໄດ້ຮັບບູລິມະສິດກ່ຽວກັບແຫຼ່ງກຳລັງ. ໃນປີ 2020, ຄະນະກໍາມະການປະຈໍາສະພາແຫ່ງຊາດ ຊຸດທີ XIV ໄດ້ຮັບຮອງເອົາລັດຖະດຳລັດເລກທີ 02 ໃນວັນທີ 9 ທັນວາ 2020 ກ່ຽວກັບການປັບປຸງກົນໄກ, ນະໂຍບາຍ, ລະບອບສຳລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.

ທ່ານ ນາຍົກລັດຖະມົນຕີ ຢັ້ງຢືນວ່າ ພັກ ແລະລັດຖະບານບໍ່ພຽງແຕ່ເອົາໃຈໃສ່ເຖິງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ 27 ກໍລະກົດ ເທົ່ານັ້ນຫາກນະໂຍບາຍສຳລັບຜູ້ມີຄຸນງາມຄວາມດີຍາມໃດກໍ່ແມ່ນບັນຫາທີ່ໄດ້ຮັບຄວາມເອົາໃຈໃສ່ເປັນປະຈໍາ, ສະເໝີຕົ້ນສະເໝີປາຍ, ພ້ອມທັງຊີ້ນໍາຄະນະພັກ, ອໍານາດການປົກຄອງຈັດຕັ້ງການປະຕິບັດແຜນນະໂຍບາຍຂອງພັກ ແລະນະໂຍບາຍ, ກົດໝາຍຂອງລັດຢ່າງມີປະສິດທິຜົນອີກດ້ວຍ.

ທ່ານ ນາຍົກລັດຖະມົນຕີ ມອບໃຫ້ກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມສືບຕໍ່ກວດຄືນນະໂຍບາຍທີ່ກ່ຽວຂ້ອງເຖິງຜູ້ມີຄຸນງາມຄວາມດີ, ຄອບຄົວນະໂຍບາຍຢ່າງຮອບດ້ານ ແລະສະເໜີມາດຕະການແກ້ໄຂຂໍ້ຄົງຄ້າງຢ່າງໄວ ແລະມີປະສິດທິຜົນທີ່ສຸດ. ມອບກະຊວງສຶກສາ ແລະກໍ່ສ້າງຄວນສືບຕໍ່ມີຮູບການສຶກສາໃຫ້ລຸ້ນໜຸ່ມກ່ຽວກັບການເສຍສະຫຼະຂອງລຸ້ນກ່ອນເພື່ອເອກະລາດ, ອິດສະຫຼະຂອງຊາດ, ເພື່ອຄວາມສະຫງົບສຸກຂອງປະຊາຊົນ...

ໂດຍ: ເກື່ອງດັ້ງ