leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຈົດໝາຍອວຍພອນ, ທ່ານ ໄຊສົມພອນ ພົມວິຫານ ຂຽນວ່າ: “ເລື່ອງທ່ານ ເວືອງດິ່ງເຫວ້ ໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ ໃນຄັ້ງນີ້, ສະແດງໃຫ້ເຫັນຄວາມເຊື່ອໝັ້ນ ແລະການຕີລາຄາສູງຈາກພັກ, ລັດ, ສະພາແຫ່ງຊາດ ແລະປະຊາຊົນຫວຽດນາມ ທີ່ມີຕໍ່ກໍາລັງຄວາມສາມາດຂອງທ່ານ.

ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍບົດຮຽນຂອງຕົນ, ທ່ານ ເວືອງດິ່ງເຫວ້ ຈະສືບຕໍ່ຊີ້ນຳນຳພາສະພາແຫ່ງຊາດແຫ່ງ ສສ ຫວຽດນາມ ຊຸດທີ XV ປະຕິບັດພາລະບົດບາດ ແລະໜ້າທີ່ຂອງອົງການນິຕິບັນຍັດຂອງຫວຽດນາມ ຢ່າງມີໄຊ ກໍ່ຄືພາລະກິດສ້າງສາ ແລະພັດທະນາປະເທດຫວຽດນາມ ເພື່ອຄວາມຜາສຸກ, ຄວາມອີ່ມໜໍາສໍາລານຂອງປະຊາຊົນຫວຽດນາມ.

ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດເວົ້າລວມ ແລະລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດເວົ້າສະເພາະນັບມື້ນັບພັດທະນາ ແລະໝັ້ນຄົງເຂັ້ມແຂງກວ່າ.

ອວຍພອນໃຫ້ທ່ານພ້ອມດ້ວຍຄອບຄົວມີສຸຂະພາບເຂັ້ມແຂງ, ຄວາມຜາສຸກ ແລະຍາດໄດ້ຜົນງານອັນໃຫຍ່ຫຼວງກວ່າອີກໃນໜ້າທີ່ອັນສູງສົ່ງຂອງຕົນ”.

ໂດຍ: ເຈິ່ນຮວ່ຽນ