ໃນການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບເຢຍລະມັນ, ປາດຖະໜາຢາກເຮັດໃຫ້ການພົວພັນທີ່ໃກ້ຊິດສະໜິດສະໜົມ  ແລະມີຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດໃນທຸກຂົງເຂດເລິກເຊິ່ງຂຶ້ນຕື່ມ. ທ່ານນາງນາຍົກລັດຖະມົນຕີ Angela Merkel ຖືວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ສຳຄັນໃນນະໂຍບາຍມຸ່ງໄປສູ່ພາກພື້ນຂອງເຢຍລະມັນ, ເຊີດຊູການພົວພັນຮ່ວມມືລະຫວ່າງຫວຽດນາມ-ເຢຍລະມັນ ແລະເນັ້ນໜັກວ່າ ສອງປະເທດພວມຢືນຢູ່ຕໍ່ໜ້າກາລະໂອກາດ, ແງ່ຫວັງອັນໃຫຍ່ຫຼວງ ເຊິ່ງຄວນເສີມຂະຫຍາຍຢ່າງແຮງ.

leftcenterrightdel
ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໃນການໂອ້ລົມທາງໂທລະສັບກັບທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍລະມັນ. ພາບ: ສໍານັກຂ່າວສານຫວຽດນາມ

ສອງຝ່າຍໄດ້ເຫັນດີເປັນເອກະພາບເຊື່ອມຕໍ່ການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງຄືນໃໝ່ໂດຍໄວ, ປັບປຸງກົນໄກຮ່ວມມື, ໃນນັ້ນເອົາໃຈໃສ່ຍົກສູງປະສິດທິຜົນຂອງຄະນະກໍາມະການປະສົມກ່ຽວກັບການຮ່ວມມືເສດຖະກິດຫວຽດນາມ-ເຢຍລະມັນ. ກ່ຽວກັບດ້ານເສດຖະກິດ, ສອງຝ່າຍໄດ້ຢືນຢັນວ່າຈະສົມທົບກັນຢ່າງແໜ້ນແຟ້ນ, ຂຸດຄົ້ນກາລະໂອກາດທີ່ສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA)  ນຳມາໃຫ້ຢ່າງມີປະສິດທິຜົນ.

ທ່ານ ຟ້າມມີງຈິ໊ງ ສະເໜີໃຫ້ລັດຖະບານເຢຍລະມັນ ສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງອອກຜະລິດຕະພັນກະເສດ-ສິນໃນນ້ຳ, ຊຸກຍູ້ຄະນະກຳມະການເອີຣົບ (EC) ຍົກເລີກ “ບັດເຫຼືອງ” ຕໍ່ກັບສິນໃນນ້ຳຂອງຫວຽດນາມ, ສຳເລັດການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA)ໂດຍໄວ. ທ່ານ ຟ້າມມີງຈິ໊ງ ສະເໜີໃຫ້ເຢຍລະມັນ ສ້າງເງື່ອນໄຂສະດວກເພື່ອໃຫ້ຫວຽດນາມ ໄດ້ສຳຜັດກັບແຫຼ່ງວັກຊິນໂດຍໄວ ແລະຮ່ວມມືຖ່າຍຖອດເຕັກໂນໂລຢີຜະລິດວັກຊິນກັບບັນດາບໍລິສັດການຢາຂອງເຢຍລະມັນ.

ເມື່ອແລກປ່ຽນກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍໄດ້ເນັ້ນໜັກເຖິງການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ສິດເສລີໃນການເດີນທະເລ, ການບິນ ແລະເຄົາລົບກົດໝາຍສາກົນທີ່ເປັນຜົນປະໂຫຍດລວມຂອງປະຊາຄົມສາກົນ; ເຫັນດີເປັນເອກະພາບຊຸກຍູ້ບັນດາຝ່າຍປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະເຂັ້ມງວດ ແລະເຈລະຈາສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

ໂດຍ: ທະນາພອນ