ກອງປະຊຸມປຶກສາຫາລືດ້ານນະໂຍບາຍລະດັບສູງ ASEM ແມ່ນຂໍ້ລິເລີ່ມຂອງຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງ ASEM (1996-2021) ແລະແມ່ນໜຶ່ງໃນບັນດາການເຄື່ອນໄຫວສໍາຄັນທີ່ສຸດຂອງເວທີປາໄສໃນປີ 2021. ຜົນກອງປະຊຸມຈະເປັນການປະກອບສ່ວນສໍາຄັນໃຫ້ແກ່ກອງປະຊຸມຂັ້ນສູງ ASEM ຄັ້ງທີ 13 ເຊິ່ງຄາດວ່າຈະຈັດຕັ້ງໃນວັນທີ 25-26 ພະຈິກ 2021 ຢູ່ກໍາປູເຈຍ.

leftcenterrightdel
ກອງປະຊຸມປຶກສາຫາລືດ້ານນະໂຍບາຍ ລະດັບສູງ ASEM ແມ່ນຂໍ້ລິເລີ່ມຂອງຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງ ASEM (1996-2021) ແລະແມ່ນໜຶ່ງໃນບັນດາການເຄື່ອນໄຫວສໍາຄັນທີ່ສຸດຂອງເວທີປາໄສໃນປີ 2021. ພາບ: vov.vn.

ກ່າວຄໍາເຫັນທີ່ກອງປະຊຸມ, ບັນດາລັດຖະມົນຕີລ້ວນແຕ່ຢັ້ງຢືນການຖືເປັນສໍາຄັນຕໍ່ກັບ ASEM ແລະໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາປະເທດສະມາຊິກເພື່ອຊຸກຍູ້ການຮ່ວມມືທີ່ນັບມື້ນັບພັດທະນາຢ່າງແຮງ. ບັນດາລັດຖະມົນຕີ ກໍຕີລາຄາສູງຕໍ່ຂໍ້ລິເລີ່ມຂອງຫວຽດນາມ ໃນການຈັດຕັ້ງກອງປະຊຸມ, ເນັ້ນໜັກວ່າກອງປະຊຸມໄດ້ປະກອບສ່ວນສໍາຄັນເຂົ້າໃນການຮັກສາທ່າຮ່ວມມື, ໂດຍສະເພາະແມ່ນໃນສະພາບການເຄື່ອນໄຫວຂອງ ASEM ຖືກຢຸດສະງັກ ຍ້ອນພະຍາດໂຄວິດ-19.

ກ່າວຄໍາເຫັນໄຂກອງປະຊຸມ, ທ່ານ ບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ, ການຮ່ວມມືອາຊີ-ເອີລົບ ຈະສືບຕໍ່ແມ່ນບຸລິມະສິດໜຶ່ງໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ. ASEM ຄວນໃຫ້ບຸລິມະສິດໃນຂົງເຂດທີ່ສາມາດຕອບສະໜອງຄວາມຕ້ອງການພັດທະນາຂອງບັນດາປະເທດສະມາຊິກ, ເອົາໃຈໃສ່ຕໍ່ມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ, ປະກອບສ່ວນຢ່າງແທດຈິງຕໍ່ວິວັດການສ້າງໂລກຄືນໃໝ່ເພື່ອມຸ່ງໄປເຖິງການພັດທະນາກວມລວມ ແລະຍືນຍົງ. ບົນພື້ນຖານນັ້ນ, ທ່ານລັດຖະມົນຕີ ໄດ້ສະເໜີ 3 ເປົ້າໝາຍໃຫຍ່ ເຊິ່ງ ASEM ຕ້ອງມຸ່ງໄປເຖິງນັ້ນແມ່ນ: (i)  ຮັບປະກັນສະພາບແວດລ້ອມສາກົນສັນຕິພາບ, ສະຖຽນລະພາບ, ບົນພື້ນຖານການເຈລະຈາ ແລະມີຄວາມໄວ້ເນື້ອເຊື່ອໃຈ; (ii) ສວມບົດບາດນໍາໜ້າ ແລະມານະພະຍາຍາມໃຫ້ຫຼາຍກວ່າອີກເພື່ອແນໃສ່ຊຸກຍູ້ການພັດທະນາແບບຍືນຍົງ ແລະກວມລວມ; (iii) ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການພົວພັນເສດຖະກິດແບບຍືນຍົງ, ຍາວນານ, ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງເອີລົບ ແລະອາຊີ.

ໂດຍ: ໄຊຊະນະ