ທີ່ການຕ້ອນຮັບ, ທ່ານ Dominic Raab ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດສໍາຄັນຂອງອັງກິດຢູ່ພາກພື້ນ, ໂດຍສະເພາະແມ່ນໃນສະພາບຫຼັງ Brexit ປະເທດອັງກິດກໍາລັງຜັນຂະຫຍາຍດັດປັບນະໂຍບາຍຕາມທິດເພີ່ມທະວີການແຊກແຊງ ແລະຮ່ວມມືກັບພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ. ທ່ານ ຟ້າມບິ່ງມິງ ສະເໜີໃຫ້ລັດຖະບານອັງກິດ ໜູນຊ່ວຍການສໍາຜັດວັກຊິນປ້ອງກັນພະຍາດໂຄວິດ-19 ກໍ່ຄືຖ່າຍທອດເຕັກໂນໂລຢີໃນການຜະລິດວັກຊິນໃຫ້ຫວຽດນາມ ກວ່າອີກ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕ້ອນຮັບທ່ານ Dominic Raab ລັດຖະມົນຕີການຕ່າງປະເທດ ແລະພັດທະນາອັງກິດ. ພາບ: ກະຊວງການຕ່າງປະເທດຫວຽດນາມ.

ທ່ານ ຟ້າມບິ່ງມິງ ສະເໜີໃຫ້ອັງກິດ ສ້າງເງື່ອນໄຂໃຫ້ສິນຄ້າສົ່ງອອກຂອງຫວຽດນາມ ໄດ້ສໍາຜັດກັບຕະຫຼາດອັງກິດ, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະອໍານວຍຄວາມສະດວກໃຫ້ແກ່ວິສາຫະກິດອັງກິດ ເປີດກ້ວາງການລົງທຶນ, ໂດຍສະເພາະແມ່ນໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື, ພັດທະນາພະລັງງານຜະລິດຄືນໃໝ່, ເສດຖະກິດດີຈີຕອນ, ທະນາຄານ, ປະກັນໄພ, ບໍລິການດ້ານການເງິນ, ການສຶກສາ-ບໍາລຸງສ້າງ...

ທ່ານ ຟ້າມບິ່ງມິງ ສະເໜີໃຫ້ສອງປະເທດສືບຕໍ່ເພີ່ມທະວີສົມທົບກັນຢູ່ເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນຢູ່ສະພາຄວາມໝັ້ນຄົງ ສປຊ ໃນອາຍຸການທີ່ຫວຽດນາມ ເປັນສະມາຊິກບໍ່ຖາວອນ (2020-2021) ແລະຢູ່ເວທີປາໄສຮ່ວມມືອາຊີ-ເອີລົບ (ASEM).

ທ່ານ ຟ້າມບິ່ງມິງ ຢັ້ງຢືນວ່າ ຫວຽດນາມ ກຽມພ້ອມສົມທົບກັນເພື່ອຮັບປະກັນຜົນສຳເລັດຂອງກອງປະຊຸມ COP26 ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໂດຍອັງກິດເປັນເຈົ້າພາບຈັດຕັ້ງໃນເດືອນ ພະຈິກ 2021. ສອງຝ່າຍໄດ້ຢັ້ງຢືນເຖິງຄວາມສໍາຄັນຂອງການຮັບປະກັນຄວາມເສລີໃນການເດີນທະເລ, ການບິນ, ຄວາມໝັ້ນຄົງ ແລະສັນຕິພາບຢູ່ທະເລຕາເວັນອອກ, ເນັ້ນໜັກວ່າສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982) ແມ່ນກອບນິຕິກໍາໃຫ້ແກ່ການເຄື່ອນໄຫວຢູ່ທະເລ ແລະມະຫາສະໝຸດ.

ໂດຍ: ເກື່ອງດັ້ງ