ທີ່ການພົບປະເຈລະຈາ, ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະທຸກຂັ້ນ, ກໍ່ຄືຮັກສາກົນໄກຮ່ວມມືຢ່າງມີໄຫວພິບ, ກ່ອນອື່ນໝົດແມ່ນຈັດກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ຄັ້ງທີ 14 ໃນປີ 2021. ລັດຖະມົນຕີສອງທ່ານກໍ່ເຫັນດີເປັນເອກະພາບຕໍ່ບາງມາດຕະການລະອຽດ ເພື່ອເພີ່ມທະວີການປຶກສາຫາລືລະຫວ່າງສອງກະຊວງການຕ່າງປະເທດ, ເປັນຕົ້ນແມ່ນບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

leftcenterrightdel
ລັດຖະມົນຕີສອງທ່ານລົງນາມໃນຂໍ້ຕົກລົງຮ່ວມມືກໍ່ສ້າງພະນັກງານຂັ້ນສູງຂອງພັກກອມມູນິດຫວຽດນາມ ໄລຍະ 2021-2023. ພາບ: ກະຊວງການຕ່າງປະເທດ.

ລັດຖະມົນຕີສອງທ່ານໄດ້ແລກປ່ຽນຢ່າງເລິກເຊິ່ງກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຢືນຢັນຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນໃນບັນດາອົງການຈັດຕັ້ງ ແລະເວທີປາໄສສາກົນ ແລະພາກພື້ນ, ຄື: ສະຫະປະຊາຊາດ (ສປຊ), APEC, ອາຊຽນ... ກໍ່ຄືໃນວິວັດການໃຫ້ສັດຕະຍາບັນ ແລະປະຕິບັດບັນດາສັນຍາການຄ້າເສລີລຸ້ນໃໝ່ ຄື: ສັນຍາການຄ້າຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP). ສຳລັບສະພາບການຢູ່ທະເລຕາເວັນອອກ, ລັດຖະມົນຕີສອງທ່ານຍົກສູງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ສິດເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).

ສິ້ນສຸດການພົບປະເຈລະຈາ, ລັດຖະມົນຕີສອງທ່ານໄດ້ລົງນາມໃນຂໍ້ຕົກລົງຮ່ວມມືກໍ່ສ້າງພະນັກງານຂັ້ນສູງຂອງພັກກອມມູນິດຫວຽດນາມ ໄລຍະ 2021-2023, ປະກອບສ່ວນສຳຄັນເຂົ້າໃນການຍົກສູງກໍາລັງຄວາມສາມາດໃຫ້ຖັນແຖວພະນັກງານຂັ້ນສູງຂອງຫວຽດນາມ.

ໂດຍ: ທະນາພອນ