ທີ່ການຕ້ອນຮັບ, ທ່ານ Jaya Ratnam ຕີລາຄາສູງຕໍ່ການພັດທະນາອັນດີງາມຂອງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ ແລະສິງກະໂປ ໃນໄລຍະຜ່ານມາ, ປາດຖະໜາຢາກໃຫ້ສອງປະເທດຊຸກຍູ້ບັນດາມາດຕະການເພີ່ມທະວີການພົວພັນສອງຝ່າຍເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 10 ປີແຫ່ງວັນຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ແລະ 25 ປີແຫ່ງວັນສ້າງຕັ້ງເຂດອຸດສາຫະກໍາຫວຽດນາມ-ສິງກະໂປ (VSIP) ທໍາອິດຢູ່ຫວຽດນາມ.

leftcenterrightdel
ທ່ານ ຫວໍວັນເຖືອງ ຕ້ອນຮັບທ່ານເອກອັກຄະລັດຖະທູດສິງກະໂປ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຕີລາຄາວ່າການພົວພັນອັນດີງາມລະຫວ່າງສອງປະເທດໄດ້ມີການປະກອບສ່ວນອັນໃຫຍ່ຫຼວງຂອງການຮ່ວມມືທາງພັກ ແລະການພົວພັນອັນດີງາມລະຫວ່າງການນໍາສອງຝ່າຍ, ທ່ານ Jaya Ratnam ສະເໜີໃຫ້ສອງຝ່າຍຕ້ອງຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະການຮ່ວມມືບໍາລຸງສ້າງພະນັກງານ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫວໍວັນເຖືອງ ຢັ້ງຢືນວ່າ ແນວທາງການຕ່າງປະເທດຂອງພັກກອມມູນິດຫວຽດນາມ ແມ່ນຖືເປັນສໍາຄັນການຮ່ວມມືກັບບັນດາປະເທດບ້ານໃກ້ເຮືອນຄຽງ, ພາກພື້ນ ແລະບັນດາຄູ່ຮ່ວມມືຍຸດທະສາດໃນນັ້ນມີສິງກະໂປ; ທ່ານສະແດງຄວາມຊົມເຊີຍຕໍ່ບາດກ້າວພັດທະນາຢ່າງຕັ້ງໜ້າຂອງການພົວພັນຮ່ວມມືຫວຽດນາມ-ສິງກະໂປ ໃນທຸກຂົງເຂດໃນໄລຍະຜ່ານມາ; ຕີລາຄາສູງຕໍ່ການລົງທຶນຂອງສິງກະໂປ ໃນການຊຸກຍູ້ພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ຢ່າງມີປະສິດທິຜົນ; ທ່ານສະເໜີໃຫ້ສອງປະເທດສືບຕໍ່ປ່ຽນແປງໃໝ່ ແລະຍົກສູງຄຸນນະພາບ, ມີປະສິດທິຜົນຂອງເຂດ VSIP. ທ່ານ ຫວໍວັນເຖືອງ ສະເໜີໃຫ້ສອງຝ່າຍພ້ອມກັບບັນດາປະເທດອາຊຽນ ສົມທົບກັນໃນການແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງຢູ່ພາກພື້ນບົນພື້ນຖານເຄົາລົບກົດໝາຍສາກົນ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ໂດຍ: ເກື່ອງດັ້ງ