ແນະນຳໂຄງການດຳເນີນງານກັບຜູ້ມີສິດເລືອກຕັ້ງ, ບັນດາຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ ລ້ວນແຕ່ສະແດງຄວາມປິຕິຊົມຊື່ນເມື່ອໄດ້ແນະນຳຮັບເລືອກຕັ້ງຢູ່ເມືອງບັ໊ກເຕິນອວຽນ-ດິນແດນຂອງບັນດາວິລະກຳ, ເຂດທີ່ໝັ້ນ  Đ ວິລະຊົນ. ບັນດາຜູ້ສະໝັກເລືອກຕັ້ງ ກໍ່ເນັ້ນໜັກວ່າ ເມື່ອໄດ້ຮັບເລືອກຕັ້ງເປັນຜູ້ແທນຂອງປະຊາຊົນຈະແມ່ນເງື່ອນໄຂດີທີ່ສຸດເພື່ອໃກ້ຊິດຕິດແທດ, ສະເໜີມາດຕະການຕິດກັບບັນດາບັນຫາທີ່ຈຳເປັນໃຫ້ແກ່ການພັດທະນາຂອງທ້ອງຖິ່ນ, ປັບປຸງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ.

leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ ແນະນຳໂຄງການດຳເນີນງານ. ພາບ: ຮຸ່ງຄວາ.
leftcenterrightdel
ບັນຍາກາດທີ່ການພົບປະກັບຜູ້ມີສິດເລືອກຕັ້ງ. ພາບ: ຮຸ່ງຄວາ.

ທ່ານພົນໂທ ຫງວຽນເຕິນເກືອງ ຢັ້ງຢືນວ່າ ຖ້າຜູ້ມີສິດເລືອກຕັ້ງໄວ້ວາງໃຈເລືອກຕັ້ງທ່ານເປັນສະມາຊິກສະພາແຫ່ງຊາດຊຸດທີ XV ທ່ານຈະສຸມຈິດສຸມໃຈປະຕິບັດ ໂຄງການດຳເນີນງານເປັນຢ່າງດີ, ພ້ອມກັບບັນດາສະມາຊິກສະພາແຫ່ງຊາດ ຄົ້ນຄວ້າ, ກໍ່ສ້າງ, ປັບປຸງລະບົບກົດໝາຍ, ປະມວນກົດໝາຍ, ມະຕິຂອງສະພາແຫ່ງຊາດ, ນະໂຍບາຍ, ກົດໝາຍກ່ຽວຂ້ອງເຖິງຍຸດທະສາດສ້າງສາ ແລະປົກປັກຮັກສາປະເທດຊາດ, ກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ພັດທະນາເສດຖະກິດ-ສັງຄົມ. ທ່ານພົນໂທ ຫງວຽນເຕິນເກືອງ ໃຫ້ຮູ້ວ່າ ຈະພ້ອມກັບບັນດາສະມາຊິກສະພາແຫ່ງຊາດ ແລະຄະນະສະມາຊິກສະພາແຫ່ງຊາດຂອງແຂວງ ເຮັດບົດບາດເປັນຂົວເຊື່ອມຕໍ່ລະຫວ່າງຜູ້ມີສິດເລືອກຕັ້ງກັບສະພາແຫ່ງຊາດ, ລັດຖະບານ, ບັນດາຄະນະ, ກະຊວງ, ຂະແໜງການສູນກາງ ແລະປະຊາຊົນໃນທົ່ວປະເທດ, ສະຫງວນເວລາ ເພື່ອພົບປະ ແລະຮັບຟັງຄຳຄິດເຫັນ, ຄວາມມຸ່ງມາດປາດຖະໜາ, ຄຳສະເໜີແນະອັນຊອບທຳຂອງຜູ້ມີສິດເລືອກຕັ້ງ.

ໂດຍ: ແສງເດືອນ