leftcenterrightdel
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິງ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: qdnd.vn

ທີ່ການເຮັດວຽກກັບການນຳກະຊວງສາທາລະນະສຸກ ໃນວັນທີ 15 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິງ ເນັ້ນຫນັກວ່າ: ຫວຽດນາມ ຕັດສິນໃຈປ້ອງກັນ ສະກັດກັ້ນ ຍູ້ໂລກລະບາດໂຄວິດ 19 ໃຫ້ຖອຍໄປ, ຖືຫນ້າທີ່ຮັກສາສຸຂະພາບຂອງປະຊາຊົນແມ່ນເຫນືອກວ່າສິ່ງໃດໝົດ. ກ່ອນອື່ນແມ່ນຮັກສາຄວາມປອດໄພການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ໃຫ້ປະສົບຜົນສຳເລັດ, ສູ້ຊົນບັນລຸເປົ້າໝາຍຄວບຄູ່ ທັງປ້ອງກັນ ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນ ທັງພັດທະນາເສດຖະກິດ-ສັງຄົມ. ທ່ານນາຍົກລັດຖະມົນຕີ ສະເຫນີໃຫ້ຂະແຫນງສາທາລະນະສຸກ ແລະທຸກຂັ້ນ ທຸກຂະແຫນງການກ່ຽວຂ້ອງ ສືບຕໍ່ເພີ່ມທະວີການກວດກາ, ຕິດຕາມກວດກາ, ສ້າງລະບອບລະບຽບການ, ກົນໄກນະໂຍບາຍກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19. ປ່ຽນໃຫມ່ວຽກງານໂຄສະນາກ່ຽວກັບການປ້ອງກັນ ສະກັດກັ້ນໂລກລະບາດ 19, ລະດົມພູມປັນຍາ, ແຫລ່ງກຳລັງສັງລວມໃນການປ້ອງກັນ ສະກັດກັ້ນໂລກລະບາດ.

ແຫຼ່ງຄັດຈາກ: vovworld.vn