ທີ່ການເຮັດວຽກ, ທ່ານນາງ Robyn Mudie ຢັ້ງຢືນວ່າ ອົດສະຕາລີ ແມ່ນ ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງຫວຽດນາມ, ພິເສດແມ່ນກະຊວງວິທະຍາສາດ ແລະເຕັກໂນໂລຢີ ໃນຂົງເຂດປ່ຽນແປງໃໝ່ປະດິດສ້າງ. ທ່ານນາງ Robyn Mudie ໄດ້ແບ່ງປັນໝາກຜົນອັນດີງາມຂອງໂຄງການ Aus4Innovation ແລະເນັ້ນໜັກເຖິງເລື່ອງກະຊວງການຕ່າງປະເທດ ແລະການຄ້າອົດສະຕາລີ ໄດ້ຕົກລົງເພີ່ມງົບປະມານໃຫ້ແກ່ໄລຍະ 1 ຂອງໂຄງການ Aus4Innovation ຕື່ມອີກ 3,5 ລ້ານໂດລາອົດສະຕາລີ, ຍົກງົບປະມານທັງໝົດຂອງໂຄງການຂຶ້ນເປັນ 13,5 ລ້ານໂດລາອົດສະຕາລີ ໄລຍະ 2017-2022, ພ້ອມທັງຢັ້ງຢືນຄືນໃໝ່ການຜັນຂະຫຍາຍໄລຍະ 2 ຂອງໂຄງການເຖິງປີ 2025.

leftcenterrightdel
ທ່ານລັດຖະມົນຕີ ຮວິ່ງແທງດາດ ແລະທ່ານນາງ Robyn Mudie ທີ່ການຕ້ອນຮັບ. ພາບ: qdnd.vn.

ທ່ານລັດຖະມົນຕີ ຮວິ່ງແທ່ງດາດ ໄດ້ຂອບໃຈທ່ານນາງເອກອັກຄະລັດຖະທູດ ທີ່ໄດ້ແບ່ງປັນ ແລະຕີລາຄາທີ່ດີງາມກ່ຽວກັບການພົວພັນຮ່ວມມືລະຫວ່າງສອງປະເທດ ໃນຂົງເຂດວິທະຍາສາດ, ເຕັກໂນໂລຢີ ແລະປ່ຽນແປງໃໝ່ປະດິດສ້າງ, ພິເສດແມ່ນໝາກຜົນພົ້ນເດັ່ນຂອງໂຄງການ Aus4Innovation ສໍາລັບລະບົບນິເວດໃນການປ່ຽນແປງໃໝ່ປະດິດສ້າງຂອງຫວຽດນາມ...

Aus4Innovation ແມ່ນໂຄງການຄູ່ຮ່ວມມືປ່ຽນແປງໃໝ່ປະດິດສ້າງໂດຍລັດຖະບານອົດສະຕາລີ ອຸປະຖໍາໃຫ້ແກ່ຫວຽດນາມ ດ້ວຍງົບປະມານທັງໝົດ 10 ລ້ານໂດລາອົດສະຕາລີ, ປະຕິບັດໃນໄລຍະ 4 ປີ (2018-2022). ໂຄງການ Aus4Innovation ໂດຍອົງການຄົ້ນຄວ້າວິທະຍາສາດ ແລະເຕັກໂນໂລຢີອົດສະຕາລີ (CSIRO) ເປັນຜູ້ຄຸ້ມຄອງ ແລະກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ເປັນຜູ້ຈັດຕັ້ງປະຕິບັດ.

ໂດຍ: ກວຽດເຕິມ