leftcenterrightdel
ການນໍາ, ຜູ້ບັນຊາການກອງພົນ 9 (ກອງພົນໃຫຍ່ 4) ຕ້ອນຮັບທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ. ພາບ: ມີງເງິນ.

ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ ໃນອາຍຸການຜ່ານມາ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນໄພທໍາມະຊາດ, ໂລກລະບາດກໍ່ຕາມ, ແຕ່ພັກ, ລັດ, ທະຫານ ແລະປະຊາຊົນຫວຽດນາມ ໄດ້ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ສຸມໃສ່ພັດທະນາເສດຖະກິດ-ສັງຄົມ, ແມ່ນໜຶ່ງໃນບັນດາປະເທດມີລະດັບເຕີບໂຕເສດຖະກິດສູງໃນພາກພື້ນ, ໄພເງິນເຟີ້ໃນລະດັບຕໍ່າ, ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ, ນັກຮົບໄດ້ຮັບການຍົກສູງຂຶ້ນ. ໃນຄວາມມ່ວນຊື່ນນັ້ນ, ໃນຖານະເປັນປະທານສະພາປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ, ປະທານປະເທດ ຈະເຮັດຈົນສຸດຄວາມສາມາດຂອງຕົນ, ລະດົມແຫຼ່ງກໍາລັງເພື່ອກໍ່ສ້າງກອງທັບປະຕິວັດ, ກຳລັງຫຼວງ, ຍອດຢ້ຽມ ແລະທັນສະໄໝເທື່ອລະກ້າວ, ບາງເຫຼົ່າທັບ, ເຫຼົ່າຮົບຫັນເປັນທັນສະໄໝໂດຍກົງ. ເມື່ອກໍາລັງແຮງບົ່ມຊ້ອນປ້ອງກັນຊາດໝັ້ນຄົງເຂັ້ມແຂງຈະປະກອບສ່ວນກໍ່ສ້າງ, ປັບປຸງທ່າຮົບທົ່ວປວງຊົນປ້ອງກັນຊາດໝັ້ນຄົງເຂັ້ມແຂງ, ກໍ່ສ້າງເຂດປ້ອງກັນຢ່າງໝັ້ນແກ່ນ, ປະກອບສ່ວນປົກປັກຮັກສາປະເທດຊາດໃຫ້ໝັ້ນຄົງເຂັ້ມແຂງແຕ່ຫົວທີ, ແຕ່ໄກ...

ທີ່ການພົບປະ, ຕາງໜ້າບັນດາຜູ້ອອກສະໝັກເລືອກຕັ້ງ, ທ່ານ ຫງວຽນຊວນຟຸກ ຕີລາຄາສູງບັນດາຄໍາເຫັນປະກອບຂອງຜູ້ມີສິດເລືອກຕັ້ງ; ພ້ອມທັງເນັ້ນໜັກວ່າຈະສືບຕໍ່ມີນະໂຍບາຍເອົາໃຈໃສ່ເບິ່ງແຍງເຖິງການດໍາລົງຊີວິດຂອງພະນັກງານ, ນັກຮົບ ກໍ່ຄືຄອບຄົວພົນທະຫານ; ພັດທະນາເສດຖະກິດທ້ອງຖິ່ນ; ສືບຕໍ່ພາລະກິດຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ...

ໂດຍ: ເຈິ່ນຮວ່ຽນ