ທ່ານ ຊຸງປົວ ໃຫ້ຮູ້ວ່າ ຈີນ ຖືເປັນສຳຄັນທີ່ສຸດ ແລະສະໜັບສະໜູນຫວຽດນາມ ເດີນຕາມເສັ້ນທາງສັງຄົມນິຍົມເໝາະສົມກັບສະຖານະການຂອງປະເທດຕົນ ແລະເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຫວຽດນາມ ຈະປະຕິບັດໄດ້ເປົ້າໝາຍສູ້ຊົນ ເຊິ່ງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມວາງອອກຢ່າງແນ່ນອນ.

ທ່ານ ຊຸງປົວ ໃຫ້ຮູ້ວ່າ ເລື່ອງເພີ່ມທະວີການແລກປ່ຽນການຮ່ວມມືມິດຕະພາບລະຫວ່າງສະພາແຫ່ງຊາດຈີນ ແລະສະພາແຫ່ງຊາດຫວຽດນາມ ແມ່ນພາກສ່ວນສຳຄັນໜຶ່ງໃນການພົວພັນຈີນ-ຫວຽດນາມ; ທ່ານ ປາດຖະໜາຢາກໃຫ້ສອງຝ່າຍປະຕິບັດຄວາມຮັບຮູ້ລວມ ເຊິ່ງການນຳສອງພັກ, ສອງລັດໄດ້ເຫັນດີເປັນເອກະພາບຢ່າງເຂັ້ມງວດ, ສືບຕໍ່ເສີມຂະຫຍາຍບົດບາດສຳຄັນໃນການເພີ່ມທະວີການແລກປ່ຽນບົດຮຽນກໍ່ສ້າງພັກ, ຄຸ້ມຄອງປະເທດລະຫວ່າງສອງປະເທດ ແລະຊຸກຍູ້ການຮ່ວມມືຢ່າງຕັ້ງໜ້າໃນຂົງເຂດຕ່າງໆ ກໍ່ຄືເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະການແລກປ່ຽນມິດຕະພາບລະຫວ່າງປະຊາຊົນສອງປະເທດ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ ຊຸງປົວ ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ ທີ່ການຕ້ອນຮັບ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ເວືອງດິ່ງເຫວ້ ຢັ້ງຢືນວ່າ ການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ແມ່ນການຄັດເລືອກຍຸດທະສາດ ແລະໃຫ້ບູລິມະສິດແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ. ທ່ານ ເວືອງດິ່ງເຫວ້ ສະແດງຄວາມພາກພູມໃຈເມື່ອເຫັນວ່າການພົວພັນຫວຽດນາມ-ຈີນ ໃນໄລຍະຜ່ານມາແມ່ນຮັກສາໄດ້ທ່າພັດທະນາທີ່ຕັ້ງໜ້າ. ພິເສດແມ່ນການແລກປ່ຽນຂັ້ນສູງໄດ້ຮັກສາເປັນປະຈຳ. ທ່ານ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ ຈະສືບທອດ ແລະສືບຕໍ່ເສີມຂະຫຍາຍຜົນງານການຮ່ວມມືອັນດີງາມ, ນຳການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.

ໂດຍ: ແສງເດືອນ