leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄໍາເຫັນທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ພິທີ, ທ່ານນາງ ຫງວຽນທິຮົ່ງ ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ໄດ້ສົ່ງຄໍາຂອບໃຈອັນເລິກເຊິ່ງຕໍ່ກັບການເອົາໃຈໃສ່, ຊີ້ນໍາ-ນໍາພາຂອງພັກ, ລັດ ທີ່ມີຕໍ່ຂະແໜງທະນາຄານ ແລະກໍສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີ, ການອຸທິດສ່ວນພ້ອມກັບການເສຍສະຫຼະຂອງຄົນຮຸ່ນກ່ອນຕໍ່ກັບການເຕີບໃຫຍ່ເຂັ້ມແຂງ, ພັດທະນາຂອງຂະແໜງທະນາຄານ. ທ່ານນາງ ຫງວຽນທິຮົ່ງ ເນັ້ນໜັກວ່າ: ໃນຊຸມປີຈະມາເຖິງແມ່ນໄລຍະທີ່ສະພາບການໂລກ ແລະພາຍໃນປະເທດມີຄວາມສະດວກ, ກາລະໂອກາດ, ຄວາມຫຍຸ້ງຍາກ ແລະສິ່ງທ້າທາຍສະຫຼັບກັນໄປ, ໂດຍສະເພາະແມ່ນພະຍາດໂຄວິດ-19 ຍັງສືບຕໍ່ແຜ່ລະບາດໃນຂອບເຂດທົ່ວໂລກ, ໄດ້ສ້າງບັນຫາໃໝ່, ຄວາມຕ້ອງການໃໝ່ທີ່ໜັກໜ່ວງ, ສັບສົນກວ່າເກົ່າໃຫ້ຂະແໜງທະນາຄານ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ພະນັກງານທະນາຄານແຕ່ລະຄົນຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອທີ່ໄດ້ຝຶກຝົນຫຼໍ່ຫຼອມມາຜ່ານ 70 ປີແຫ່ງການກໍ່ສ້າງ, ປ່ຽນແປງໃໝ່ ແລະພັດທະນາ...

leftcenterrightdel
ທ່ານນາງ ຫງວຽນທິຮົ່ງ ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຮັບຮູ້ປະຫວັດສາດແຫ່ງການພັດທະນາອັນສະຫງ່າລາສີ, ມູນເຊື້ອວິລະຊົນ ແລະການປະກອບສ່ວນອັນໃຫຍ່ຫຼວງຂອງຂະແໜງທະນາຄານຫວຽດນາມ ຕໍ່ກັບພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດເຮົາ. ຜ່ານ 70 ປີ, ພະນັກງານ, ລັດຖະກອນ, ພາລະກອນ, ຜູ້ອອກແຮງງານຮຸ່ນຕ່າງໆຂອງຂະແໜງທະນາຄານຍາມໃດກໍມານະພະຍາຍາມສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລໍາບາກ, ເສຍສະຫຼະເພື່ອປະຕິບັດສໍາເລັດໜ້າທີ່ປົກປ້ອງພື້ນຖານເງິນຕາທີ່ເປັນເອກະລາດ, ເປັນເຈົ້າຕົນເອງຂອງປະເທດຊາດ ໄວ້ຢ່າງໝັ້ນຄົງ...

ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ, ພັກ, ລັດ ໄດ້ມອບຫຼຽນໄຊແຮງງານ ຊັ້ນ I ໃຫ້ທະນາຄານແຫ່ງລັດຫວຽດນາມ ຍ້ອນມີຜົນງານດີເດັ່ນຕໍ່ໜ້າທີ່ວຽກງານ ແຕ່ປີ 2016 ເຖິງປີ 2020.

ໂດຍ: ໄຊຊະນະ