leftcenterrightdel
ຕາງໜ້າສະຖານທູດຫວຽດນາມ ປະຈຳ ລາວ ມອບຂອງຂວັນໜູນຊ່ວຍນັກສຶກສາຫວຽດນາມ ກໍາລັງຮໍ່າຮຽນຢູ່ມະຫາວິທະຍາໄລແຫ່ງຊາດລາວ. ພາບ: vov.vn.

ວັນທີ 4 ພຶດສະພາ, ສະຖານທູດຫວຽດນາມ ປະຈໍາ ລາວ ໄດ້ຈັດຕັ້ງພິທີມອບຂອງຂວັນໜູນຊ່ວຍນັກສຶກສາຫວຽດນາມ ກໍາລັງຮໍ່າຮຽນຢູ່ມະຫາວິທະຍາໄລແຫ່ງຊາດລາວ, ລວມມີ, ຜ້າອັດປາກ-ອັດດັງ 1.000 ອັນ, ສະບຽງອາຫານຫຼາຍປະເພດ, ເຄື່ອງໃຊ້ທີ່ຈໍາເປັນເພື່ອແນໃສ່ຊ່ວຍໃຫ້ນັກສຶກສາຜ່ານຜ່າຄວາມຫຍຸ້ງຍາກໃນເງື່ອນໄຂຮັກສາໄລຍະຫ່າງໃນສັງຄົມເພື່ອປ້ອງກັນ, ຕ້ານພະຍາດ.

ກ່ອນໜ້ານັ້ນ, ວັນທີ 3 ພຶດສະພາ, ສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ໄດ້ສົມທົບກັບອົງການສາທາລະນະສຸກຂອງລາວ ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດໂຄວິດ-19 ໃຫ້ນັກສຶກສາຫວຽດນາມ ທຸກຄົນທີ່ກໍາລັງຮໍ່າຮຽນຢູ່ທີ່ນີ້.

ໂດຍ: ເກື່ອງດັ້ງ