ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ຮັບຮູ້ບັນດາການຜັນແປຕັ້ງໜ້າຢູ່ Bosnia ແລະ Herzegovina ໃນໄລຍະວັນທີ 16 ຕຸລາ 2020 ຫາວັນທີ 15 ເມສາ 2021, ພ້ອມທັງສະແດງຄວາມວິຕົກກັງວົນກ່ຽວກັບສະຖານະການພາຍໃນຂອງ Bosnia ແລະ Herzegovina ສືບຕໍ່ມີການຜັນແປສັບສົນ, ພິເສດແມ່ນໃນສະພາບການພະຍາດໂຄວິດ-19, ສົ່ງຜົນກະທົບເຖິງຄວາມມານະພະຍາຍາມຜັນຂະຫຍາຍສັນຍາສັນຕິພາບ Dayton ຢ່າງຄົບຖ້ວນ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ດັ້ງດິ່ງກຸ໊ຍ ເນັ້ນໜັກວ່າ ຈຳເປັນຕ້ອງຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະເຈລະຈາແບບຍືນຍົງລະຫວ່າງບັນດາຝ່າຍກ່ຽວຂ້ອງ, ເພີ່ມທະວີການຮ່ວມມືມຸ່ງໄປເຖິງເຮັດໃຫ້ສະພາບການດ້ານການເມືອງ-ເສດຖະກິດເປັນປົກກະຕິ, ປະຕິບັດການປະຕິຮູບ ແລະພັດທະນາເສດຖະກິດເພື່ອປັບປຸງ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ແລະຖືຜົນປະໂຫຍດຂອງປະຊາຊົນເປັນໃຈກາງຂອງທຸກຄວາມມານະພະຍາຍາມ.

ໂດຍ: ແສງເດືອນ