leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕີລາຄາສູງບັນດາມາດຕະການໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງຂ້ຽວຂາດ ເຊິ່ງລັດຖະບານລາວ ພວມຜັນຂະຫຍາຍ. ພາບ: dangcongsan.vn.

ໃນຈົດໝາຍ, ທ່ານ ຟ້າມມິງຈິ໊ງ ຕີລາຄາສູງບັນດາມາດຕະການໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງຂ້ຽວຂາດເຊິ່ງລັດຖະບານລາວ ພວມຜັນຂະຫຍາຍ, ພ້ອມທັງສະແດງຄວາມແບ່ງປັນ ແລະຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງຕໍ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍເຊິ່ງ ລາວ ພວມປະເຊີນໜ້າ. ດ້ວຍອາລົມຈິດສະຫາຍ, ອ້າຍນ້ອງສະໜິດຕິດພັນ ແລະຈິດໃຈ "ເຂົ້າເມັດຫັກຜັກເສັ້ນໜຶ່ງກໍ່ແບ່ງກັນກິນ" ລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ, ນອກຈາກບ້ວງໜູນຊ່ວຍດ້ານການເງິນມີມຸນຄ່າ 500.000 ໂດລາສະຫະລັດແລ້ວ, ທ່ານ ຟ້າມມິງຈິ໊ງ ໄດ້ຊີ້ນໍາກະຊວງສາທາລະນະສຸກ ພ້ອມກັບບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ແບ່ງປັນກັບລາວ ບົດຮຽນຄວບຄຸມພະຍາດ, ໜູນຊ່ວຍນັກຊ່ຽວຊານ, ວັດຖຸອຸປະກອນການແພດຕ່າງໆເຊິ່ງ ລາວ ພວມມີຄວາມຕ້ອງການໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

ທ່ານ ຟ້າມມິງຈິ໊ງ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງທ່ານ ພັນຄໍາ ວິພາວັນ, ຄວາມຕັດສິນໃຈຕ້ານພະຍາດໂຄວິດ-19 ຂອງບັນດາອົງການທີ່ກ່ຽວຂ້ອງ ແລະປະຊາຊົນທຸກຄົນ, ປະເທດຊາດ ແລະປະຊາຊົນລາວອ້າຍນ້ອງ ຈະສາມາດຄວບຄຸມພະຍາດໂຄວິດ-19 ໂດຍໄວ, ຟື້ນຟູເສດຖະກິດ-ສັງຄົມຢ່າງວ່ອງໄວ ແລະສືບຕໍ່ພັດທະນາແບບຍືນຍົງ.

ໂດຍ: ເຈິ່ນຮວ່ຽນ