ໃນການໂອ້ລົມທາງໂທລະສັບ, ທ່ານ ບຸ່ຍແທັງເຊີນ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາກະໂດດຂັ້ນຂອງການພົວພັນຫວຽດນາມ-ສ.ເກົາຫຼີ ໃນທຸກຂົງເຂດໃນໄລຍະຜ່ານມາ; ທ່ານຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື ສ.ເກົາຫຼີ ມີຄວາມສໍາຄັນວ່າແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າ ແລະປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນກັບ ສ.ເກົາຫຼີ. ສ່ວນທ່ານ Chung Eui Yong ກໍ່ຕີລາຄາສູງຕໍ່ຫວຽດນາມ ທີ່ໄດ້ປະຕິບັດວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ເປັນຢ່າງດີ; ທ່ານເຊື່ອໝັ້ນວ່າ ຫວຽດນາມ ຈະບັນລຸໄດ້ເປົ້າໝາຍຕາມຍຸດທະສາດພັດທະນາເສດຖະກິດ-ສັງຄົມໄລຍະ 10 ປີ 2021-2030; ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມໃນນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່ຂອງ ສ.ເກົາຫຼີ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການພົບປະແລກປ່ຽນທຸກຂັ້ນ, ພິເສດແມ່ນຂັ້ນສູງສອງປະເທດດ້ວຍຮູບການຢ່າງມີໄຫວພິບ, ຄື: ໂອ້ລົມທາງໂທລະສັບ; ໂທທາງລາຍເພື່ອເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງກະຊວງການຕ່າງປະເທດສອງປະເທດ, ໃນນັ້ນມີການຊຸກຍູ້ການຜັນຂະຫຍາຍລາຍການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນໃນປີ 2022 ແລະໜູນຊ່ວຍວຽກງານຂອງອົງການຜູ້ຕາງໜ້າສອງປະເທດໃຫ້ເປັນຢ່າງດີ; ຊຸກຍູ້ການພົວພັນລະຫວ່າງທ້ອງຖິ່ນ ແລະວິສາຫະກິດສອງປະເທດ; ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານປົກປ້ອງພົນລະເມືອງ.

ສອງຝ່າຍເຫັນດີເປັນເອກະພາບສະໜັບສະໜູນ ແລະສົມທົບກັນຢ່າງແໜ້ນແຟ້ນໃນຂອບເຂດການຮ່ວມມືພາກພື້ນ ແລະສາກົນ, ຄື: ສປຊ, ອາຊຽນ-ສ.ເກົາຫຼີ. ສອງຝ່າຍກໍ່ໄດ້ແລກປ່ຽນຄໍາເຫັນກ່ຽວກັບບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ, ແຫຼມເກົາຫຼີ. ກ່ຽວກັບສະພາບການຢູ່ມຽນມາ, ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສພາກພື້ນ ແລະສາກົນແນໃສ່ຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງລະງັບໃຈຢ່າງສຸດຂີດ, ຫຼີກເວັ້ນການໃຊ້ຄວາມຮຸນແຮງ, ດໍາເນີນການເຈລະຈາສັນຕິພາບ.

ໂດຍ: ເຈິ່ນຮວ່ຽນ